• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວົງການນັກຊ່ຽວຊານໃຫ້ຂໍ້ສັງເກດຫວຽດນາມແມ່ນ “ຈຸດພົ້ນເດັ່ນ” ຂອງພາກພື້ນກ່ຽວກັບການດຶງດູດການລົງທຶນ


(ນະຄອນໂຮ່ຈີມິນ/ພາບປະກອບ)

      ດ້ວຍ​ລະ​ດັບ​ເຕີບ​ໂຕ​ຍອດ​ ​ຜະລິດ​ຕະພັນ​ພາຍ​ໃນປະ​ເທດ​ (GDP) ​ເປັນ​ປົກກະຕິ, ການ​ລົງທຶນ​ຕ່າງປະ​ເທດ​ບັນລຸລະດັບ​ສະຖິຕິ 15,8 ຕື້ USD ​ໃນ​ປີ 2016, ວົງ​ການ​ນັກ​ຊ່ຽວຊານ​ສາກົນ​ຕີ​ລາຄາ​ວ່າ ຫວຽດນາມ ພວມ​ນັບ​ມື້​ນັບ​ກາຍ​ເປັນ “​ແມ່​ເຫຼັກກ້ອນ​ໜຶ່ງ”  ​ໃນ​ພາກ​ພື້ນ​ກ່ຽວ​ກັບ​ການ​ດຶງ​ດູດ​ການ​ລົງທຶນ​ພາກ​ເອກະ​ຊົນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຜະລິດ ​ແລະ ຊົ​ມ​ໃຊ້​ນັກ​ຊ່ຽວຊານ Frederic Neumann, ​ທັງເປັນ​ຫົວໜ້າກຸ່ມ​ຄົ້ນຄວ້າ​ເສດຖະກິດ ອາຊີ ສັງກັດ HSBC Holdings Plc ຢູ່ ຮົ່ງກົງ, ຕີ​ລາຄາ​ວ່າ ຫວຽດນາມ ພວມ​ຢູ່​ໃນ​ຈຸດ​ເວລາ​ທີ່​ມີ​ຄວາມສະດວກ ດ້ວຍ​​ເລື່ອງ​ບັນດາ​ບໍລິສັດ​ຕ່າງປະ​ເທດ​ສືບ​ຕໍ່​ລົງທຶນ​ເຂົ້າ ຫວຽດນາມ ​ເພື່ອ​ໝູນ​ໃຊ້​ທ່າ​ແຮງ​ກ່ຽວ​ກັບ​ແຫຼ່ງ​ແຮງ​ງານແກ່ງ​ແຍ້​ງສູງ ​ແລະ ຄ່າ​ແຮງ​ງານ​ຕ່ຳ. ຕາມ​ນັກ​ຊ່ຽວຊານ​ຜູ້​ນີ້​ແລ້ວ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ທີ່ຫາ​ກໍ່​ພົ້ນ​ເດັ່ນ​ຢູ່ ອາຊີ ​ແລະ ພວມ​ຢືນ​ຢູ່​ຕໍ່ໜ້າ​ແງ່​ຫວັງ​ອັນ​ສົດ​ໃສ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top