ຂ່າວສານ
ວາລະກອງປະຊຸມຄັ້ງທີ 45 ຂອງຄະນະປະຈຳສະພາແຫ່ງຊາດ ຊຸດທີ XIV ຈະຕີລາຄາສະພາບການເສດຖະກິດ ສັງຄົມ 4ເດືອນຕົ້ນປີ 2020

ພິທີອັດວາລະກອງປະຊຸມຄັ້ງທີ 44 ຂອງຄະນະປະຈຳສະພາແຫ່ງຊາດ. ພາບ: TTXVN
ທ່ານນາງຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ຈະເຂົ້າຮ່ວມ, ກ່າວຄຳເຫັນໄຂກອງປະຊຸມ ແລະ ພ້ອມກັບບັນດາທ່ານຮອງປະທານສະພາແຫ່ງຊາດ ປ່ຽນກັນບໍລິຫານເນື້ອໃນກອງປະຊຸມ.
ຕາມລາຍການແລ້ວ, ຄະນະປະຈຳສະພາແຫ່ງຊາດຈະດຳເນີນການພິຈາລະນາ, ປະກອບຄຳເຫັນ (ຄັ້ງທີ 2) ໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ, ບັນດາບົດລາຍງານຂອງລັດຖະບານກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ໃນປີ 2019, ຕີລາຄາສະພາບການຜັນຂະຫຍາຍການປະຕິບັດແຜນການພັດທະນາເສດຖະກິດ -ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2020, ລາຍງານການກະກຽມໃຫ້ແກ່ກອງປະຊຸມສະໄໝສະມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ XIV.
(ແຫຼ່ງຄັດຈາກ VOV)