• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາງສະແດງວັດຖຸບູຮານ 500 ຢ່າງທີ່ມີມາແຕ່ສະໄໝປະຖົມບູຮານຮອດສະຕະວັດທີ19

ມີ​ວັດ​​ບູ​ຮານ 500 ຢ່າງໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້
(ພາບ: TTXVN)
      ວັນ​ທີ 19/03, ຢູ່​ຫ​ໍ​ພິ​ພິ​ທະ​ພັນ​ຮຸ່ງ​ເວືອງ, ນະ​ຄອນ​ວຽດ​ຈີ່, ແຂວງ ຟຸ໋​ທໍ້ ໄດ້​ຈັດ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ, ວັດ​ຖຸ​ພັນ​ກ່ຽວ​ກັບ “ການ​ເຫຼ​ື້ອມ​ໃຊ​ບູ​ຊາ​ເຈົ້າ​ຊີ​ວິ​ດ​ຮຸ່ງ” ແລະ ວັດ​ຖຸ​​ບູ​ຮານ​ທີ່​ມີ​ມ​າ​ແຕ​່ສະ​ໄໝ​​ປະ​ຖົມບູ​ຮານ​ຮອດ​ສະ​ຕະ​ວັດ​ທີ 19. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ເນື່ອງ​ໃນ​ໂອ​ກາດ​​ພິ​ທີໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ - ງານ​ບຸນ​ວິ​ຫານ​ຮຸ່ງ 2017. ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ມີ​ວັດ​​ບູ​ຮານ 500 ຢ່າງ ​ທີ່​ມີ​ມາ​ແຕ່ສະ​ໄໝ​​ປະ​ຖົມບູຮານ​ຮອດ​ສະ​ຕະ​ວັດ​ທີ 19 ​ທີ່​ແຕກ​ຕ່າງ​ກັ​ນ, ລ້ວນ​ແຕ່​ແມ່ນ​ບັນ​ດາ​ວັດ​ຖຸ​ພັນ​ທີ່​ລ້ຳ​ຄ່າ​ເຊິ່ງ​ບັນ​ດາ​ນັກ​ສະ​ສົມ​ທີ່​ສຸດ​ຈິດ​ສຸດ​ໃຈ​ຊອກ​ຫາ, ​ເ​ກັບ​ຮັກ​ສາ. ​ບັນ​ດາ​ວັດ​ຖຸ​ພັນ​ໄດ້​ເຮັດ​ດ້ວຍ​ຫີນ, ເຄື​່ອງ​ເຄືອບ​ດິນ​ເຜົາ, ທອງ… ​ ວັດ​ຖຸ​​ບູ​ຮານ​​ເຫຼົ່ານີ້ລ້ວ​ນ​ແຕ່​ມີ​ຄຸນ​ຄ່າ​ດ້ານ​ປະ​ຫວັດ​ສາດ, ວິ​ທະ​ຍາ​ສາດ, ວັດ​ທະ​ນະ​ທຳ ສະ​ແດງ​ໃຫ້​ເຫັນ​ລະ​ດັບ​ເຕັກ​ນິກ, ວິ​ຈິດ​​ຕະ​ກຳ​ລະ​ອຽດ​ລະ​ອໍ​ຂອງ​ຄົນ​ລຸ້ນ​ກ​່ອນໆ, ພ້ອມ​ທັງ​ເປັນ​ສິ່ງ​ພິ​​ສູດ​ໃຫ້​ເຫັນ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ຖຸ, ຈ​ິດ​ໃຈ​ໃນ​ຕ​ະ​ຫຼອດ​ໄລ​ຍະ​ປະ​ຫວັດ​ສາດ, ສ້າງ​ພະ​ລັງ​ຊີ​ວິດທີ່​ຍືນ​ຍົງ​ຄົງ​ຕົວ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top