• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ທີ 4 ພະ​ຈິກ, ຫວຽດ​ນາມ ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ​ໃໝ່​ຕື່ມ​ອີກ 4 ຄົນຊຶ່ງ​ມາຈາກ​ຕ່າງ​ປະ​ເທດ

ຕາມຂໍ້ມູນຂ່າວສານຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ Covid – 19, ຕອນເຊົ້າວັນທີ 4 ພະຈິກ, ຫວຽດນາມ ຢັ້ງຢືນວ່າ ໄດ້ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 4 ຄົນ ຊຶ່ງເປັນຜູ້ເຂົ້າເມືອງມາຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໃນທັນທີ.

ພາບປະກອບ: TTXVN

ມາຮອດປັດຈຸບັນ, ຜ່ານ 63 ມື້ແລ້ວທີ່ ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ໃນຊຸມຊົນ. ໄລ່ຮອດຕອນບ່າຍວັນທີ 4 ພະຈິກ, ຫວຽດນາມໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ - 19 ຫາຍດີ 1069/1206 ຄົນ, ໃນນັ້ນມີ 35 ຄົນເສຍຊີວິດ.

        ແລະໃນວັນທີ 3 ພະຈິກ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ, ອົງການຕາງໜ້າ ຫວຽດນາມ ປະຈຳ ມາເລເຊຍ ແລະ ບໍລິສັດການບິນ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງປະເທດປະຈຳຖິ່ນຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 290 ຄົນຈາກມາເລເຊຍກັບຄືນປະເທດ ຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເກິ່ນເທີ, ຜູ້ໂດຍສານໝົດທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.

(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top