• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນອາຊຽນປ້ອງກັນ,ຕ້ານໄຂ້ເລືອດອອກ: ຮ່າໂນ້ຍປຸກລະດົມບັ້ນອະນາໄມສິ່ງແວດລ້ອມ

      ວັນທີ 6/5, ພະແນກສາທາລະນະສຸກ ຮ່າໂນ້ຍ ສົມທົບກັບ ຄະນະກຳມະການປະຊາຊົນເມືອງ ຮ່າດົງ ໄດ້ຈັດຕັ້ງພິທີປຸກລະດົມບັ້ນອະນາໄມສິ່ງແວດລ້ອມ, ຕອບສະຫນອງວັນ ອາຊຽນ ປ້ອງກັນ, ຕ້ານໄຂ້ເລືອດອອກ 15/6. 

ສີດພົ່ນຢາຂ້າຍຸງຕາມເຂດຊຸມຊົນ
      ກ່າວຄຳເຫັນນະພິທີ, ທ່ານ ເຈີນດັກຟູ, ຫົວຫນ້າກົມການແພດປ້ອງກັນ ໄດ້ເນັ້ນຫນັກວ່າ: ຫລາຍປີຜ່ານມາ, ຮ່າໂນ້ຍ ຍາມໃດກໍ່ແມ່ນທ້ອງຖິ່ນເກີດພະຍາດໄຂ້ເລືອດອອກ ແລະ ແຕ່ລະປີ ມີພັນໆຄົນຖືດຕິດພະຍາດດັ່ງກ່າວ. ທ່ານ ເຈີນດັກຟູ ສະເຫນີ ຄະນະພັກທຸກ, ອຳນາດການປົກຄອງທຸກຂັ້ນ, ບັນດາກະຊວງ ຂະແຫນງການ ແລະ ທ້ອງຖິ່ນ, ພິເສດແມ່ນຂະແຫນງສາທາລະນະສຸກ ຄວນເຂົ້າຮ່ວມຢ່າງຕັ້ງຫນ້າ, ເປັນເຈົ້າການໃນການຄົ້ນພົບ, ແກ້ໄຂບັນດາບ່ອນເກີດໂລກພະຍາດ ບໍ່ໃຫ້ແຜ່ລາມອອກສູ່ວົງກວ້າງ. ພາຍຫລັງພິທີປຸກລະດົມ, ຄະນະກຳມະການເມືອງ ຮ່າດົງ ໄດ້ສົ່ງ 5 ຄະນະລົງກວດການການປ້ອງກັນ ຕ້ານພະຍາດໄຂ້ເລືອດອອກ ແລະ ພະຍາດຍ້ອນໄວຣັດ Zika ຢູ່ ຕາແສງ ຟູເລືອງ, ເມືອງຮ່າດົງ. 
(ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top