• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນສາ​ກົນ​ລົບ​ລ້າງ​ຄວາມ​ທຸກ​ຍາກ ຄື​ວັນ​ທີ 17 ຕຸ​ລາ: ສ​ປ​ຊ ຮຽກ​ຮ້ອງກ​ານ​ຟື້ນ​ຟູ​ແບບ​ຍືນ​ຍົງ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19

ໃນສານຂອງຕົນ, ທ່ານເລຂາທິການໃຫຍ່ Antonio Guterres ໃຫ້ຮູ້ວ່າ ການຂາດຄວາມສະເໝີພາບໃນການສຳຜັດກັບວັກຊິນກັນໂຄວິດ - 19 ໄດ້ເຮັດໃຫ້ເຊື້ອໄວຣັດ SARS – CoV – 2 ສາຍພັນຕ່າງໆຂະຫຍາຍຕົວແລະ ແຜ່ລະບາດຢ່າງແຮງ, ເຮັດໃຫ້ປະຊາຊົນໃນໂລກນັບລ້ານຄົນເສຍຊີວິດ ແລະ ຈະແກ່ຍາວໄລຍະຊຸດໂຊມເສດຖະກິດ ອາດຈະກໍ່ຄວາມເສຍຫາຍນັບພັນຕື້ USD.
ພາບປະກອບ: TTXVN

ເນື່ອງໃນໂອກາດວັນສາກົນລົບລ້າງຄວາມທຸກຍາກ ຄືວັນ 17 ຕຸລາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຮຽກຮ້ອງໃຫ້ບັນດາປະເທດໃນໂລກ ຈົ່ງຊຸກຍູ້ການຟື້ນຟູທີ່ມີລັກສະນະຫັນປ່ຽນ, ຮອບດ້ານ ແລະ ຍືນຍົງພາຍຫຼັງໂລກລະບາດໂຄວິດ - 19 ເພື່ອລົບລ້າງຄວາມທຸກຍາກ ພ້ອມທັງສ້າງໂລກແຫ່ງຄວາມຍຸຕິທຳ, ມີຄຸນຄ່າ ແລະ ກາລະໂອກາດໃຫ້ແກ່ປະຊາຊົນໝົດທຸກຄົນ.

ໃນສານຂອງຕົນ, ທ່ານເລຂາທິການໃຫຍ່ Antonio Guterres ໃຫ້ຮູ້ວ່າ ການຂາດຄວາມສະເໝີພາບໃນການສຳຜັດກັບວັກຊິນກັນໂຄວິດ - 19 ໄດ້ເຮັດໃຫ້ເຊື້ອໄວຣັດ SARS – CoV – 2 ສາຍພັນຕ່າງໆຂະຫຍາຍຕົວແລະ ແຜ່ລະບາດຢ່າງແຮງ, ເຮັດໃຫ້ປະຊາຊົນໃນໂລກນັບລ້ານຄົນເສຍຊີວິດ ແລະ ຈະແກ່ຍາວໄລຍະຊຸດໂຊມເສດຖະກິດ ອາດຈະກໍ່ຄວາມເສຍຫາຍນັບພັນຕື້ USD. ທ່ານເລຂາທິການໃຫຍ່ Antonio Guterres ເນັ້ນໜັກວ່າ ບັນດາປະເທດ ໃນໂລກ ຕ້ອງຢຸດຕິສະພາບການນີ້, ແກ້ໄຂບັນດຄວາມສ່ຽງລົ້ມລະລາຍ ແລະ ຮັບປະກັນວ່າ ບັນດາບ້ວງເງິນລົງທຶນໃຫ້ການຟື້ນຟູຈະຖືກສົ່ງໄປເຖິງປະເທດທີ່ມີຄວາມຈຳເປັນທີ່ສຸດ.

(ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top