• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນທີ 19 ສິງຫາ, ໄຂງານມະຫາກຳກິລາ Sea Games 29

      ພິທີໄຂງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (Sea Games 29) ໄດ້ດຳເນີນໃນຕອນຄ່ຳວັນທີ 19 ສິງຫາ ຢູ່ ສະຫນາມກິລາ Bukit Jalil ປະເທດ ມາເລເຊຍ. 

ສະມາຊິກຄະນະນັກກິລາຫວຽດນາມຖ່າຍຮູບກັບກອງເຊຍ
      ຕາມທ່ານ Brig Gen KHairy Jamaludedin ລັດຖະມົນຕີຊາວຫນຸ່ມ ແລະ ກິລາ ມາເລເຊຍ ແລ້ວ, ພິທີໄຂແມ່ນໂອກາດເພື່ອເຊີດຊູບັນດານັກກິລາດີເດັ່ນ ທີ່ໄດ້ມີການອຸທິດສ່ວນໃຫ້ແກ່ການພັດທະນາກິລາ ຂອງ ມາເລເຊຍ ເວົ້າສະເພາະ ແລະ ກິລາໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ເວົ້າລວມ. ຄາດວ່າ ຈະມີຜູ້ເຂົ້າຊົມປະມານ 84.000 ຄົນ ຢູ່ສະຫນາມກິລາ Bukit Jalil ເພື່ອຕິດຕາມເຫດການນີ້.
      ແລະກໍ່ໃນວັນດຽວກັນ, ຄະນະນັກກິລາຫວຽດນາມ ມີນັກກິລາ 4 ຄົນເຂົ້າຮ່ວມການແຂ່ງຂັນປະເພດກິລາ marathon. ນັກກິລາ ຮ່ວາງທິແທງ ຢືນອັນດັບທີສອງ ແລະ ຄວ້າໄດ້ຫລຽນເງິນທີສາມໃຫ້ແກ່ຄະນະນັກກິລາຫວຽດນາມ ທີ່ເຂົ້າຮ່ວມ Sea Games 29.ໄລ່ຮອດຕອນບ່າຍວັນທີ 19 ສິງຫາ, ຄະນະນັກກິລາຫວຽດນາມ ຄວ້າໄດ້ຫລຽນເງິນ 3 ຫລຽນ, ຫລຽນທອງ 1 ຫລຽນ.
      ຕອນຄ່ຳວັນດຽວກັນ, ທ່ານ ຫງວຽນງອກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ພ້ອມກັບສະມາຊິກຄະນະນັກກິລາຫວຽດນາມ 300 ຄົນເຂົ້າຮ່ວມພິທີໄຂ Sea Games 29.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top