• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ວັດຖຸທ່ີລໍ້າຄ່າ ຂອງຊາດ ສອງຢ່າງ ຢູ່ຫໍພິພິທະພັນ ບິ່ງເຢືອງ

ຫໍພິພິທະພັນ ແຂວງ ບິ່ງເຢືອງ ມີເນື້ອທີ່ ວາງສະແດງ 2.000 ມ2  ຊຶ່ງ ລວມມີວັດຖຸພັນຕົ້ນສະບັບ 1.300 ສິ້ນ ແລະ ເອກະສານ ວິທະ ຍາສາດ 50 ສະບັບ. ໃນນັ້ນມີ ວັດຖຸທີ່ລໍ້າຄ່າ ລະດັບຊາດ ສອງຢ່າງ ເຊ່ັນ: ຫຼຸມຝັງສົບໄຫໄມ້ ມີຝາປິດກອງທອງ ຝູ໋ແຈ໋ງ ແລະ ຮູບປັ້ນສັດ ໂຢກຈົ່ວ ຊຶ່ງ ວົງການ ນັກວິທະຍາສາດ ແລະ ນັກທ່ອງທ່ຽວໃຫ້ ຄວາມສົນໃຈ ຊອກຮູ້. 
ຫຼຸມຝັງສົບໄຫໄມ້-ຝາປິດກອງທອງ ຝູ໋ແຈ໋ງ ໄດ້ຄົງຕົວ ໃນລະຫວ່າງ ສະຕະວັດ I-II ຕົ້ນ ຄິດຕະສັກກະລາດ. ຫຼຸມຝັງສົບໄຫໄມ້-ຝາປິດ ກອງທອງ ຖືກພົບເຫັນໃນທ້າຍປີ 1988 ໂດຍທ່ານ ຫງວຽນວັນ ເກື່ອງ (ບ້ານ 6, ຕາແສງ ຫວີ໊ງເຕິນ, ເມືອງ ເຕິນອວຽນ). ທັນທີ ພົບ ເຫັນ, ສູນຄົ້ນຄວ້າ ບູຮານຄະດີວິທະຍາ ສັງກັດ ສະຖາບັນ ວິທະຍາ ສາດ-ສັງຄົມ ທີ່ນະຄອນ ໂຮ່ຈີມິນ ໄດ້ປະສານສົມທົບ ກັບ ຫໍພິພິ ທະພັນ ແຂວງ ດຳເນີນການ ຂຸດສຳຫຼວດ ຈຸດທີ່ຕັ້ງ ຄົ້ນພົບກອງ ທອງ  ແລະ ເກັບໄດ້ໄຫໄມ້ ໜ່ວຍໜຶ່ງ ທີ່ຍັງຮັກສາ ໄວ້ຄວາມງາມ ແບບດັ້ງເດີມ ແລະ ວັດຖຸພັນອື່ນໆ ຈຳນວນໜຶ່ງ ຊຶ່ງເປັນສິ່ງຂອງ ທີ່ ນຳຝັງ ກັບຄົນຕາຍ ຢູ່ພາຍໃນໄຫ. 


ຫໍພິພິທະພັນ ແຂວງ ບິ່ງເຢືອງ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມ, ຊອກຮູ້ເປັນຈຳນວນຫຼວງຫຼາຍ. 


ຫໍພິພິທະພັນ ແຂວງ ບິ່ງເຢືອງ ມີເນື້ອທີ່ ວາງສະແດງ 2.000 ມ2  ຊຶ່ງ ລວມມີວັດຖຸພັນຕົ້ນສະບັບ 1.300 ສິ້ນ ແລະ ເອກະສານ ວິທະ ຍາສາດ 50 ສະບັບ. 


ນັກທ່ອງທ່ຽວຢ້ຽມຢາມ
ຫໍພິພິທະພັນ ແຂວງ ບິ່ງເຢືອງ. 

ໄຫໄມ້ ຮີ່ວນດ່ານ (Dysoxylum loureirii) ມີຄວາມສູງປະມານ 61 ຊມ, ເສັ້ນຜ່າກາງ ຂອງ ປາກໄຫ ແຕ່ 46-50 ຊມ, ເສັ້ນລາຍໄມ້ ມີຮູບວົງມົນຮ່ວມໃຈກາງ. ກອງທອງ ມີຄວາມສູງ ປະມານ 40 ຊມ, ເສັ້ນຜ່າກາງ 47,5 ຊມ, ເສັ້ນຜ່າກາງ ສ່ວນຕີນພື້ນ 44 ຊມ. ໜ້າ ກອງທອງ ມີຮູບດວງດາວ ປາຍແຫຼມ 10 ກີບ, ສະຫຼັບກັນ ກັບບັນ ດາກີບດາວ ໄດ້ປະດັບປະດາ ລາຍດອກຮູບຂົນນົກຍຸງ ພ້ອມກັບ ບັນດາລວດລາຍ ຮູບຕົວໜັງສື V ປີ້ນເຂົ້າກັນ. ໄຫໄມ້ ແລະ ກອງ ທອງ ປະສົມປະສານເຂົ້າກັນ ເປັນຫຼຸມຝັງສົບໄຫໄມ້ກອງທອງ.

ນີ້ແມ່ນແບບຫຼຸມຝັງສົບແປກໃໝ່ ທີ່ຫາກໍພົບເຫັນ ເປັນຄັ້ງທຳອິດ ໃນປະຫວັດສາດບູຮານຄະດີ ຫວຽດນາມ ແລະ ໂລກ. ການນຳໃຊ້ “ໂລງສົບ” ດ້ວຍໄຫໄມ້ ໃຊ້ກອງທອງເປັນຝາປິດ ແມ່ນເອກະສານ ໃໝ່ຫຼ້າສຸດ ໃນວຽກງານຄົ້ນຄວ້າ ການເຄື່ອນໄຫວໃນຊີວິດ ຂອງ ຊຸມຊົນ ສະໄໝບູຮານ ຢູ່ເຂດ ດົງນາມໂບ້ (ທາງທິດຕາເວັນອອກ ສ່ຽງໃຕ້) ຂອງ ຫວຽດນາມ.



ຫຼຸມຝັງສົບໄຫໄມ້-ຝາປິດກອງທອງ ຝູ໋ແຈ໋ງ-ວັດຖຸທີ່ລໍ້າຄ່າລະດັບ ຊາດ ຖືກພົບເຫັນ ຢູ່ເຂດບູຮານສະຖານ ຝູ໋ແຈ໋ງ. 


ຫຼຸມຝັງສົບໄຫໄມ້ ຖືກພົບເຫັນ ຢູ່ເຂດບູຮານສະຖານ ຝູ໋ແຈ໋ງ.


ຮູບປັ້ນສັດ ໂຢກຈົ່ວ-ວັດຖຸທີ່ລໍ້າຄ່າລະດັບຊາດ ຖືກພົບຢູ່ ເຂດບູຮານສະຖານ ໂຢກຈົ່ວ. 

ນອກຈາກນັ້ນ, ວັດຖຸທີ່ລໍ້າຄ່າ ຮູບປັ້ນສັດ ໂຢກຈົ່ວ ມີອາຍຸ ປະມານ 3.000 ປີ, ຖືກພົບເຫັນ ຢູ່ເຂດບູຮານສະຖານ ໂຢກຈົ່ວ (ຕາແສງ ເຕິນອວຽນ, ແຂວງ ບິ່ງເຢືອງ) ຊຶ່ງເຖິງປັດຈຸບັນ ຍັງມີພຽງໜຶ່ງດຽວ.

ຮູບປັ້ນມີຄວາມສູງ 5,4 ຊມ, ຍາວ 6,4 ຊມ  ແລະ ຍັງຮັກສາໄວ້ໄດ້ ຄວາມງາມ ເກືອບວ່າ ຄືເກົ່າ, ພຽງມີສ່ວນ ລາຍລະອຽດ ບາງຢ່າງ ຖືກແຕກຫັກ ເທົ່ານັ້ນ. ຮູບປັ້ນ ຫຼໍ່ດ້ວຍທອງ ມີສີຂຽວ ອັນເນື່ອງຈາກ ເປັນຂີ້ໝ້ຽງ. ແຕ່ວ່າ ຮູບປັ້ນສັດ ໂຢກຈົ່ວ ຍັງບໍ່ທັນກຳນົດໄດ້ວ່າ ນີ້ ແມ່ນສັດປະເພດໃດ. ການທີ່ພົບເຫັນ ຮູບປັ້ນທອງໜ່ວຍໜຶ່ງ ມີຮູບ ສັດ ຢືນຢູ່ເທິງ ສັດປະເພດອື່ນ ຖືວ່າ ເປັນວັດຖຸພັນ ທີ່ມີຄວາມເປັນ ເອກະລັກ ຢ່າງຍິ່ງ ຊຶ່ງຍັງບໍ່ເຄີຍພົບເຫັນ ຢູ່ບ່ອນອ່ືນ ໃນເຂດ ດົງ ນາມໂບ້. ພ້ອມດຽວກັນນັ້ນ ຮູບປັ້ນສັດ ກໍມີ ຄຸນຄ່າຄົ້ນຄ້ວາ ດ້ານ ວັດທະນະທຳ ທີ່ແນ່ນອນ ກ່ຽວກັບຄຸນລັກສະນະສະເພາະ ວັດທະ ນະທຳ ຫຼຸມຝັງສົມ ໃນສະໄໝດຶກດຳບັນ ອີກດ້ວຍ.
ປະຕິບັດ: ທົງຫາຍ

ຂຶ້ນ ຫຼັງຄາ ພາກໃຕ້

ຂຶ້ນ “ຫຼັງຄາ ພາກໃຕ້”

ຕັ້ງຢູ່ໃນລະດັບຄວາມສູງ 986 ມ, ພ້ອມອາກາດສົດຊື່ນ, ເຢັນສະ ບາຍ ແລະ ທິວທັດແສນສວຍງາມ, ພູ ບ່າແດນ ໄດ້ຮັບຂະໜານນາມວ່າ “ພູສູງອັນດັບໜຶ່ງ ຂອງ ພາກໃຕ້”, “ຫຼັງຄາ ພາກໃຕ້”. ດ້ວຍຄວາມອຸດົມ ສົມບູນ ຈາກທຳມະຊາດ ແລະ ການລົງທຶນ, ສ້າງຈາກສອງມື ແລະ ມັນສະໝອງ ຂອງ ມະນຸດ, ພູບ່າແດນ ໄດ້ກາຍເປັນຈຸດໝາຍປາຍທາງ ຂອງ ການທ່ອງທ່ຽວທີ່ໜ້າສົນໃຈ ແລະ ບໍ່ຄວນພາດສຳລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະ ເທດເມື່ອເດີນທາງມາຍັງ ແຂວງ ໄຕນິງ.

Top