• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັງ Kremlin ປະກາດເນື້ອໃນການພົບປະສຸດຍອດລັດເຊຍ-ສປປເກົາຫລີ

      ໃນການພົບປະສຸດຍອດຄາດວ່າຈະດຳເນີນໃນທ້າຍເດືອນເມສານີ້, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ການນຳ ສປປ ເກົາຫລີ Kim Jong un ຈະປຶກສາຫາລືກ່ຽວກັບບັນດາການພົວພັນສອງຝ່າຍ, ບັນຫາປອດນິວເຄຼຍໃນແຫລມເກົາຫລີ ແລະ ການຮ່ວມມືໃນພາກພື້ນ.
      ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 19 ເມສາ, ໂຄສົກວັງ Kremlin, ທ່ານ Dmitry Peskov ຢືນຢັນ: ມົດສະກູ ຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອຊຸກຍູ້ວິວັດການປອດນິວເຄຼຍໃນແຫລມເກົາຫລີ. ວັງ Kremlin ບໍ່ເປີດເຜີຍຂ່າວຄາວກ່ຽວກັບວັນເວລາ ແລະ ສະຖານທີ່ດຳເນີນບັນດາການພົບປະລະຫວ່າງການນຳ ລັດເຊຍ ແລະ ການນຳ ສປປ ເກົາຫລີ ຍ້ອນບັນຫາຄວາມສະຫງົບປອດໄພ. ເຖິງຢ່າງໃດກໍຕາມ, ທ່ານ ຢືນຢັນວ່າ ການພົບປະຈະດຳເນີນຢູ່ ລັດເຊຍ.
ໃນວັນດຽວກັນ ສຳນັກຂ່າວສານ KCNA ຂອງ ສປປ ເກົາຫລີ ກໍົ່      ໃຫ້ຂ່າວວ່າ: ການນຳ ສປປ ເກົາຫລີ Kim Jong un ໄດ້ສົ່ງຈົດໝາຍໃຫ້ທ່ານປະທານາທິບໍດີ V. Putin, ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມເພີ່ມທະວີການພົວພັນສອງຝ່າຍ.
 (ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top