• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ ​ສະ​ເໜີ​ຕໍ່​ຜູ້​ອ່ານ​ປຶ້ມ​ກ່ຽວ​ກັບ​ທ່ານ​ເອກອ​ັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ຜູ້​ທຳ​ອິດ ຂອງ ຫວຽດ​ນາມ ​ປະ​ຈຳ ລາວ

ດ້ວຍຂໍ້ມູນອັນລ້ຳຄ່າຫຼາຍຢ່າງ ໄດ້ປະກາດເປັນຄັ້ງທຳອິດ, ປຶ້ມຫົວນີ້ ຈະປະກອບສ່ວນຊ່ວຍໃຫ້ປະຊາຊົນ ລາວ ມີຄວາມເຂົ້າໃຈຕື່ມ ກ່ຽວກັບການປະກອບສ່ວນສຳຄັນຂອງທ່ານເອກອັກຄະລັດຖະທູດ ເລວັນຫ໊ຽນ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຜູ້ທຳອິດຂອງ ຫວຽດນາມ ປະຈຳ ລາວ.

ປຶ້ມ “ທ່ານເລວັນຫຽນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ” (ພາບ: Vietnam+)

ຕອນເຊົ້າວັນທີ 30 ທັນວາ, ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ທີ່ ນະຄອນຫຼວງ ວຽງຈັນ, ປະເທດ ລາວ ໄດ້ດຳເນີນພິທີສະເໜີຕໍ່ຜູ້ອ່ານປຶ້ມ ທີ່ມີຊື່ວ່າ “ທ່ານເລວັນຫຽນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ”. ດ້ວຍຂໍ້ມູນອັນລ້ຳຄ່າຫຼາຍຢ່າງ ໄດ້ປະກາດເປັນຄັ້ງທຳອິດ, ປຶ້ມຫົວນີ້ ຈະປະກອບສ່ວນຊ່ວຍໃຫ້ປະຊາຊົນ ລາວ ມີຄວາມເຂົ້າໃຈຕື່ມ ກ່ຽວກັບການປະກອບສ່ວນສຳຄັນຂອງທ່ານເອກອັກຄະລັດຖະທູດ ເລວັນຫ໊ຽນ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຜູ້ທຳອິດຂອງ ຫວຽດນາມ ປະຈຳ ລາວ.

        ປຶ້ມຫົວດັ່ງກ່າວ ໄດ້ບັນທຶກການເຄື່ອນໄຫວການທູດສ່ວນໜຶ່ງຂອງທ່ານ ເລວັນຫຽນ ໃນໄລຍະ 15 ປີ (1962 – 1976) ໃນຖານະເປັນ ເອກອັກຄະລັດຖະທູດຜູ້ທຳອິດ ຂອງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ປະຈຳ ລາວ, ປັດຈຸບັນ ແມ່ນ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສິ່ງພິເສດຢູ່ໃນນັ້ນແມ່ນ ມີຫຼາຍຂໍ້ມູນອັນລ້ຳຄ່າ ເຊິ່ງເປັນການບັນທຶກຂອງທ່ານ ເລວັນຫຽນ ກ່ຽວກັບເຫດການທີ່ເກີດຂຶ້ນໃນໄລຍະ 15 ປີ ທີ່ທ່ານໄດ້ເຄື່ອນໄຫວຢູ່ ລາວ, ສ່ວນຫຼາຍແມ່ນຍັງບໍ່ທັນໄດ້ປະກາດຢ່າງກວ້າງຂວາງ. ປຶ້ມຫົວດັ່ງກ່າວ ກໍ່ໄດ້ບັນທຶກການຕີລາຄາ, ການໃຫ້ຂໍ້ສັງເກດຂອງ ອະດີດການນຳ, ການນຳຂັ້ນສູງຂອງລາວ ກ່ຽວກັບການທ່ານເອກອັກຄະລັດຖະທູດ ເລວັນຫ໊ຽນ, ໂດຍສະເພາະແມ່ນການປະກອບສ່ວນຂອງທ່ານຕໍ່ການປະຕິວັດລາວ ກໍຄືຕໍ່ການພົວພັນແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top