• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ-ກຳປູເຈຍສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງອາຊຽນ

      ຕອນເຊົ້າວັນທີ 11 ສິງຫາ, ຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ, ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນກຳປູເຈຍ ໄດ້ຈັດຕັ້ງພິທີຊັກທຸງອາຊຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງອາຊຽນ ( 8/8/1967-8/8/2017).
     
 (ເອກອັກຄະລັດຖະທູດບັນດາປະເທດເຂົ້າຮ່ວມພິທີ)
      ເຂົ້າຮ່ວມພິທີມີ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ແທກຢື, ເອກອັກຄະລັດຖະທູດບັນດາປະເທດສະມາຊິກອາຊຽນ, ຜູ້ຕາງໜ້າບັນດາອົງການສຳນັກງານການທູດອື່ນປະຈຳກຳປູເຈຍ ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງປະເທດເຈົ້າພາບ.
       ແລະກໍ່ໃນຕອນເຊົ້າຂອງວັນດຽວກັນ, ເພື່ອເປັນການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ ( 8/8/1967-8/8/2017) ແລະ 20 ປີ ແຫ່ງວັນ ສປປລາວເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການ ( 23/7/1997-23/7/2007), ພິທີຊັກທຸງອາຊຽນ ແລະ ທຸງລາວ ໄດ້ດຳເນີນໄປຢ່າງສົມກຽດ ຢູ່ສຳນັກງານກະຊວງການຕ່າງປະເທດລາວ ທີ່ນະຄອນຫຼວງວຽງຈັນ ແລະ ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ເປັນປະທານ. 
       ກ່າວຄຳເຫັນທີ່ 2 ພິທີດັ່ງກ່າວ, ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ແລະ ທ່ານລັດຖະມົນຕີອາວຸໂສກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນກຳປູເຈຍ Prak Sokhonn ພ້ອມກັນເນັ້ນໜັກວ່າ ໃນຕະຫຼອດ 50 ປີທີ່ຜ່ານມາ, ເຖິງວ່າ ໄດ້ຜ່ານຜ່າຄວາມຫຍຸ້ງ, ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ ແຕ່ອາຊຽນຍາມໃດກໍ່ຍັງຄົງພັດທະນາເທື່ອລະກ້າວ ແລະ ບັນລຸໄດ້ຜົນງານໜັກແໜ້ນຫຼາຍຢ່າງ; ກາຍເປັນອົງການຈັດຕັ້ງທີ່ມີການເຊື່ອມຕໍ່ກັນລະຫວ່າງບັນດາປະເທດໃນພາກພື້ນ ແລະ ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ.
 (ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top