• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການສິລະປະ “ເພື່ອເດັກນ້ອຍເຂດທະເລໝູ່ເກາະ”

      ຕອນຄ່ຳວັນທີ 28 ມິຖຸນາ, ທີ່ນະຄອນ ດ່າໜັງ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງ, ປະທານສະພາຄຸມຄອງກອງທຶນອຸປະກາລະເດັກນ້ອຍ ຫວຽດນາມ

ລາຍການສິລະປະ “ເພື່ອເດັກນ້ອຍເຂດທະເລໝູ່ເກາະ” (ພາບ: TTXVN)
      ໄດ້ເຂົ້າຮ່ວມລາຍການສະແດງສິລະປະ “ເພື່ອເດັກນ້ອຍເຂດທະເລໝູ່ເກາະ” ດ້ວຍຫົວຂໍ້ວ່າ “ສະຫງວນນ້ຳໃຈອົບອຸ່ນໃຫ້ນັກຮົບເຈື່ອງຊາ” ໂດຍກອງທຶນອຸປະກາລະເດັກນ້ອຍ ຫວຽດນາມ ຈັດຕັ້ງ.
        ກ່າວຄຳເຫັນທີ່ລາຍການ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິງ ຕີລາຄາສູງເລື່ອງກອງທຶນອຸປະກາລະເດັກນ້ອຍ ຫວຽດນາມ ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງລາຍການທີ່ມີຄວາມໝາຍນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິງ ກ່າວວ່າ:
        “ເນື່ອງໃນໂອກາດນີ້, ຂ້າພະເຈົ້າຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງການປະກອບສ່ວນຂອງບັນດາວິສາຫະກິດ, ບັນດາຜູ້ໃຈບຸນໃຈກຸສົນ, ບັນດາອົງການຈັດຕັ້ງ, ບຸກຄົນທີ່ຢູ່ພາຍໃນ ແລະ ຕ່າງປະເທດ ຍາມໃດກໍ່ເອົາໃຈໃສ່, ຮ່ວມເດີນທາງກັບກອງທຶນອຸປະກາລະເດັກນ້ອຍ ຫວຽດນາມ ໃນວຽກງານປົກປ້ອງ, ເບິ່ງແຍງດູແລ, ສຶກສາອາລົມເດັກນ້ອຍ. ນີ້ອາດຈະຖືວ່າ ແມ່ນຂອງຂວັນທີ່ມີຄວາມໝາຍ, ສະແດງໃຫ້ເຫັນການກະທຳອັນສູງສົ່ງ ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງບັນດາວິສາຫະກິດ, ບັນດາຜູ້ໃຈບຸນໃຈກຸສົນ ແລະ ຂອງປະຊາຊົນທົ່ວປະເທດອ່ວາຍໜ້າເມືອຫາເຂດທະເລໝູ່ເກາະ, ອ່ວາຍໜ້າເມືອຫາ ເຈື່ອງຊາທີ່ຮັກແພງ
        ທີ່ລາຍການ, ກອງທຶນອຸປະກາລະເດັກນ້ອຍ ຫວຽດນາມ ພ້ອມດ້ວຍບັນດານັກອຸປະຖຳໄດ້ມອບທຶນສຶກສາ 1.000 ທຶນ, ແຕ່ລະທຶນມີມູນຄ່າ 2 ລ້ານດົ່ງ ແລະ ຂອງຂວັນ 1.000 ພູດໃຫ້ລູກຫຼານພະນັກງານ, ນັກຮົບພວມປະຕິບັດງານຢູ່ໝູ່ເກາະ ເຈື່ອງຊາ ແລະ ເຮືອນຮ້ານ DK1, ລູກຊາວປະມົງ 5 ແຂວງ, ນະຄອນພາກກາງ (ດາໜັງ, ກວາງນາມ, ກວາງຫງາຍ, ບີງດິງ ແລະ ຝູອຽນ) .
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top