• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການຖ່າຍທອດສົດອວຍພອນບຸນເຕັດເມືອງເກາະເຈື່ອງຊາ


ລາຍ​ການຖ່າຍ​ທອດ​ສົດ​ອວຍ​ພອນ​ບຸ​ນ​ເຕັດ​ເມືອງ​ເກາະ​ເຈື່ອງ​ຊາ
(ພາບ: baokhanhhoa.com.vn)
      ຕອນ​ຄ່ຳ​ວັນ​ທີ 24/01, ແຂ​ວງ​ແຄ໋ງ​ຮ່​ວາ ໄດ້​ຈັດຕັ້ງ​ລ​າຍ​ການອວຍ​ພອນ​ບຸນ​ເຕັດ ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ເມືອງ​ເກາະ​ເຈື່ອງ​ຊາ ກ່ອນ​ການ​ຕ້ອນ​ຮັບ​ບຸນ​ເຕັດ​ປີ​ລະ​ກາ 2017 ຜ່ານ​ລາຍ​ການ​ຖ່າຍ​ທອດ​ສົດ​ຢູ່ 3 ​ສະ​ຖານ​ທີ່ຄື: ສະ​ໜ​າມ​ຫຼວງ 2/4, ນະ​ຄອນ​ຍາ​ຈາງ, ເທດ​ສະ​ບານ​ເມືອງ​ເຈື​່ອງ​ຊາ ແລະ ຕາ​ແສງ ຊິງ​ໂຕ່ນ ຂຶ້ນ​ກັບ​ເມືອງ​ເກາະ​ເຈື່ອງ​ຊາ. ຢູ່​ນະ​ຄອນ​ຍາ​ຈາງ, ທ່ານ​ເລກວາງ​ແທງ, ເລ​ຂາ​ຄະ​ນະ​ພັກ​ແຂວງ​ແຄ໋ງ​ຮ່​ວາ ໄດ້​ຢື້​ຢາມ​ຖາມ​ຂ່າວ​ສະ​ພາບ​ການ​ກະ​ກຽ​ມ​ຕ້ອນ​ຮັບ​ບຸນ​ເຕັດ. ທ່ານ ໂດ້​ເທ໋​ຕ໋ວຽນ, ປະ​ທານ​ຄ​ະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເທດ​ສະ​ບານ​ເມືອງ​ເຈື່ອງ​ຊາ ໃຫ້​ຮູ້​ວ່າ, ກ່ອນ​ບຸນ​ເຕັດ ບັນ​ດາ​ກ່ຳ​ປັ່ນ​​​ໄດ້​ຂົນ​ສົ່ງເຄື່ອງ​ຂອງ​ທີ່​ຈຳ​ເປັນ​ມາ​ໃຫ້​ເມືອງ​ເກາະ ຈາກ​ເຂດ​ດິນ​ຕໍ່​ແຜ່ນ​ ເພື່ອ​ຮັບ​ໃຊ້​ທະ​ຫານ, ປະ​ຊາ​ຊົນ​ຕ້ອນ​ຮັບ​ປີ​ໃໝ່. ບັນ​ດາ​ລາຍ​ການ​ດຳ​ເນີນ​ຊີ​ວິດ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ​​ກາຍ​ຍະ​ກຳກໍ່ໄດ້​ຝຶກ​ແອບ​ຈາກອຳ​ນາດ​ການ​ປົກ​ຄອງ​ເພື່ອ​ສະ​ແດງ​ຮັບ​ໃຊ້​ພໍ່​ແມ່​ປະ​ຊາ​ຊົນ​​ໄປ​​ທ່ຽວ​ຫຼີ້ນ, ຕ້ອນ​ຮັບ​ບຸນເຕັດ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top