• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກນ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

      ຕອນບ່າຍວັນທີ 28 ພະຈິກ, ທີ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ໄດ້ເປັນເຈົ້າພາບພິທີຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກນ Nyamaa Enkhbold ຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 28 ພະຈິກ ຫາວັນທີ 01 ທັນວາ 2019 ຢ່າງເປັນທາງການ.

ທ່ານ ໂງຊວັນລິກ  ແລະ ທ່ານ Nyamaa Enkhbold (ພາບ:qdnd.vn)
      ພາຍຫລັງພິທີຕ້ອນຮັບ, ລັດຖະມົນຕີ 2 ທ່ານໄດ້ດຳເນີນກອງປະຊຸມເຈລະຈາ. ເພື່ອພັດທະນາການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ມົງໂກນ ທັງລວງກ້ວາງ ແລະ ລວງເລິກ ແລະ ບັນລຸປະສິດທິຜົນຢ່າງແທດຈິງ, 2 ຝ່າຍໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ ຈະຕັ້ງໜ້າຜັນຂະຫຍາຍການຮ່ວມມືດ້ານປ້ອງກັນຊາດໃນຂອບເຂດຂໍ້ຕົກລົງລະຫວ່າງ 2 ລັດຖະບານ, ໃນນັ້ນມີເລື່ອງສ້າງກຸ່ມປະຕິບັດງານຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ແນໃສ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດ.
        ພາຍຫລັງກອງປະຊຸມເຈລະຈາ, ລັດຖະມົນຕີ 2 ທ່ານໄດ້ເຊັນ “ຂໍ້ຕົກລົງລະຫວ່າງ 2 ລັດຖະບານ ຫວຽດນາມ - ມົງໂກນ ກ່ຽວກັບການຮ່ວມມືໃນຂົງເຂດປ້ອງກັນຊາດ”.
 (ແຫຼ່ງຄັດຈາກ VOV)

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top