
ລັດຖະມົນຕີການຕ່າງປະເທດ ລັດເຊຍ, ອາເມລິກາ ເຈລະຈາຢູ່ນອກບັນດາກອງປະຊຸມ ອາຊຽນ (ພາບອິນເຕີແນັດ)
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ຍົກອອກຄຳເຫັນດັ່ງກ່າວ ພາຍຫລັງການພົບປະກັບຄູ່ຕຳແໜ່ງ ອາເມລິກາ Rex Tillerson ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ພວມດຳເນີນໄປຢູ່ນະຄອນຫລວງ ມານີລາ ຂອງ ຟີລິບປີນ. ຕາມທ່ານ Sergei Lavrov ແລ້ວ ບັນຫາທຳອິດ ຊຶ່ງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ສົນໃຈທີ່ການເຈລະຈາຄັ້ງນີ້ ແມ່ນເລື່ອງ ລັດເຊຍ ໂຕ້ຕອບບັນດາມາດຕະການລົງໂທດໃໝ່ຂອງ ອາເມລິກາ.
ພາຍຫລັງການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ 2 ທ່ານ, ກະຊວງການຕ່າງປະເທດ ລັດເຊຍ ອອກແຈ້ງການ ໂດຍຢືນຢັນວ່າ ລັດເຊຍ ພ້ອມແລ້ວທີ່ຈະດຳເນີນການເຈລະຈາກັບ ອາເມລິກາ ເປັນປົກກະຕິ, ແຕ່ຈະໂຕ້ຕອບບັນດາການກະທຳເປັນປໍລະປັກຂອງ ອາເມລິກາ. ກະຊວງການຕ່າງປະເທດ ລັດເຊຍ ຊີ້ແຈ້ງວ່າ ລັດເຊຍ ພ້ອມແລ້ວທີ່ຈະສ້າງການພົວພັນກັບ ອາເມລິກາ ເປັນປົກກະຕິ ຖ້າຫາກ ອາເມລິກາ ປະລະແນວທາງສູ້ຢັນຕໍ່ກັນ
(ແຫຼ່ງຄັດຈາກ VOV)