• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານ ລາວ ຖະແຫຼງວ່າບໍ່ມີຜູ້ຕິດເຊື້ອໂຄວິດ-19 ແລ້ວ

      ໃນວັນທີ 20 ມິຖຸນາ ປີ 2020 ລັດຖະບານ ລາວ ຖະແຫຼງວ່າບໍ່ມີຜູ້ຕິດເຊື້ອໂຄວິດ-19 ແລ້ວ, ພາຍຫຼັງຜູ້ຕິດເຊື້ອທັງໝົດ 19 ຄົນຢູ່ ລາວ ໄດ້ຮັບການປິ່ນປົວຫາຍດີ ແລະ ບໍ່ມີຜູ້ຕິດເຊື້ອໃໝ່ຕື່ມອີກໃນ 59 ມື້ຢ່າງລຽນຕິດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ຖະແຫຼງວ່າບໍ່ມີຜູ້ຕິດເຊື້ອໂຄວິດ-19 ແລ້ວ
      ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ໄດ້ຖະແຫຼງວ່າ ນີ້ແມ່ນບາດກ້າວທຳອິດ ແລະ ບັນລຸໄດ້ໝາກຜົນນີ້ຍ້ອນມີການປະກອບສ່ວນຂອງປະຊາຊົນ ລາວ ທຸກຖ້ວນໜ້າດ້ວຍສະຕິຄວາມຮັບຜິດຊອບໃນການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 .
            ທ່ານ ທອງລຸນ ສີສຸລິດ ກ່າວເຕືອນວ່າ ເຖິງວ່າບໍ່ມີຜູ້ຕິດເຊື້ອໂຄວິດ-19 ແລ້ວກໍ່ຕາມແຕ່ວ່າກະຊວງ, ຂະແໜງການຕ່າງໆບໍ່ໄດ້ປະໝາດ. ທ່ານ ທອງລຸນ ສີສຸລິດໃຫ້ຮູ້ວ່າ: ລັດຖະບານ ລາວ ຈະສືບຕໍ່ຕີລາຄາສະພາບການເພືຶ່ອດັດປັບບັນດາມາດຕະການສະກັດກັ້ນ ແລະ ຄວບຄຸມຢ່າງເໝາະສົມ, ເພື່ອນຳຊີວິດຂອງປະຊາຊົນກັບຄືນສູ່ເປັນປົກກະຕິ, ກໍ່ຄືເຊື່ອມຕໍ່ການເຄື່ອນໄຫວຂອງວິສາຫະກິດຄື່ນໃໝ່.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top