• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຈັດກອງປະຊຸມປະຈຳເດືອນ 7 ປີ 2016


ທ່ານ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ

      ກອງ​ປະຊຸມ​ຂອງ​ລັດຖະບານ​ປະຈຳ​ເດືອນ 7/2016, ​ແມ່ນ​ວາລະ​ປະຊຸມ​ລັດຖະບານທຳ​ອິດ​ພາຍຫຼັງ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລິກ​, ສະພາ​ແຫ່ງ​ຊາດ​ຊຸດທີ 14 ​ເລີ່ມ​ແຕ່​ຕອນ​ເຊົ້າ​ວັນ​ທີ 1/8 ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ບັນດາ​ສະມາຊິກ​ລັດຖະບານ ຄວນມີ​ສະຕິ​ຢ່າ​ງ​ເລິກ​ຕໍ່ຄວາມ​ຮັບຜິດ​ຊອບໜ້າ​ທີ່​ຂອງ​ຕົນ​, ກຳ​ແໜ້ນ​ບັນດາ​ຂົງ​ເຂດ​, ຂະ​ແໜງ​ທີ່​ຕົນ​ຮັບຜິດຊອບກ່ວາ​ອີກເພື່ອ​ແກ້​ໄຂ​ບັນຫາ​ຍັງ​ຄົງ​ຄ້າງ, ອ່ອນ​ດ້ອຍ​ຢ່າງ​ທັນ​ການ, ພິ​ເສດ​ແມ່ນ​ບັນດາ​ບັນຫາ​ທີ່​ຫາງ​ສຽງ​​ເອົາ​ໃຈ​ໃສ່. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ້ອງ​ປະຕິບັດ​ໜ້າ​ທີ່​ຂອງ​ລັດຖະບານ​, ສ້າງ​ລະບອບ​ກົດໝາຍ, ນະ​ໂຍບາຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ນຳ ບັນດາ​ສະມາຊິກ​ລັດຖະບານ​ມານະ​ພະຍາຍາມ​ສູ້​ຊົນ, ປະຕິບັດ​ໜ້າ​ທີ່​ຂອງ​ທັງ​ອາຍຸ​ການ​ສຳ​ເລັດ​ຜົນ, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ລັດຖະບານ​ ສັດ​ຊື່​ບໍລິສຸດ, ຮັບ​ໃຊ້​ປະຊາຊົນ​ນັບ​ມື້​ນັບ​ດີ​ກ່ວາ:
        “ລັດຖະບານ ​ແລະ ສະມາຊິກ​ລັດຖະບານ​ແຕ່ລະຄົນ​ຕ້ອງ​ນຳ​ໜ້າ​ໃນ​ວຽກ​ງານ​ປະຢັດ, ຕ້ານ​ການ​ຟຸມ​ເຟື​ອຍ. ບັນດາ​ກະຊວງ, ຂະ​ແໜງ​ການ, ຫົວໜ່ວຍ​ນຳ​ໃຊ້​ງົບປະມານ, ຊັບ​ສິນປະຢັດ, ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ລົດ​ຂອງ​ລັດ, ສຳນັກງານ, ການ​ຈັດ​ກອງປະຊຸມ, ການ​ໄປປະຕິບັດ​ງານ. ບັນດາ​ກະຊວງ, ຂະ​ແໜງ​ການ​ຕ້ອງ​ເພີ່ມ​ທະວີ​ການ​ປະຊຸມ​ຜ່ານ​​ເຄືອ​ຂ່າຍ​ອີ​ນ​ເຕີ​​ເນັດ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ຫລຸດຜ່ອນ​ເອກະສານ​ບໍ່​ຈຳ​ເປັນ. ຕ້ອງ​ກວດກາ​ການ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ລັດ, ກຳນົດ​ລະດັບ​ການ​ນຳ​ໃຊ້​ຢູ່​ບັນດາ​ອົງການ, ສຳນັກງານ.”
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top