• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢືນຢັນການລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ ຢ່າງເປັນທາງການໂດຍໄວ


ທ່ານ ບູຍ​ແທງ​ເຊີນ ຮອງ​ລັດຖະມົນຕີ
​ກະຊວງການ​ຕ່າງປະ​ເທດ ຫວຽດນາມ ​

​       ທີ່​ການ​ເຮັດ​ວຽກລະຫວ່າງ​ທ່ານ ບູຍ​ແທງ​ເຊີນ ຮອງ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ຫວຽດນາມ ​ແລະ ທ່ານ Laszlo Szabo ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ເສດຖະກິດ​ຕ່າງປະ​ເທດ ຮຸງ​ກາຣີ ​ໃນ​ວັນ​ທີ​ 10/04, ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ຮຸງ​ກາຣີ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ. ທີ່​ການ​ເຮັດ​ວຽກ, 2 ຝ່າຍ​ໄດ້​ເຫັນ​ດີ​ຕໍ່ຂໍ້​ສະ​ເໜີ​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ ​ແລະ ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ; ​ເພີ່ມ​ທະ​ວີ​ການທາ​ບ ທາມຄວາມ​ເຫັນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ໃນ​ພາກ​ພື້ນ ​ແລະ ສາກົນ. ທ່ານ​ຮອງລັດຖະມົນຕີ ບູຍ​ແທງ​ເຊີນ ຂອບ​ໃຈ ຮຸງ​ກາຣີ ​ໄດ​້ສະໜັບສະໜູນ ຫວຽດນາມ ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ສະພາ​ເສດຖະກິດ - ສັງຄົມ​ສະຫະ​ປະຊາ​ຊາດ (ECOSOC) ອາຍຸ​ການ 2016 – 2018 ​ແລະ ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະໜັບສະໜູນ ຫວຽດນາມ ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​​ເປັນ​ກຳມະການ​ບໍ່​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ອາຍຸ​ການ 2020 – 2021…ຝ່າຍ ຮຸງກາຣີ ປາດ​ຖະໜາ​ຢາກ​ສືບ​ຕໍ່​ຮ່ວມ​ມື​ກັບ​ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຄື: ຄຸ້ມ​ຄອງ​ແຫຼ່ງນ້ຳ, ຄຸ້ມ​ຄອງ​ພົນລະ​ເມືອງ​ດ້ວຍ​ເອ​ເລັກ​ໂຕ​ນິກ, ສົ່ງຕໍ່ ​ແລະ ​ແກ້​ໄຂ​ການ​ຂໍ້​ມູນທະນາຄານ, ກໍ່ສ້າງ​ໂຮງໝໍ…
(ແຫຼ່ງຄັດຈາກ VOV)
                                                                                            

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top