09/12/2019 09:28 GMT+7 Email Print Like 0

ມານະພະຍາຍາມອະນຸລັກຮັກສາຕົວໜັງສືຊົນເຜົ່າໄທ ເດີມ

      ສາຍເຫດອັນງ່າຍໆຂອງເຂົາເຈົ້າແມ່ນ ຄົນຊົນເຜົ່າໄທ ຕ້ອງຮູ້ພາສາໄທ, ເພື່ອໃຫ້ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງຊົນເຜົ່າຕົນຕື່ມອີກ

ຫ້ອງຮຽນສອນພາສາ ໄທ ເດີມ
(ພາບ: TTXVN)
      ປະຈຸບັນ, ໄປພ້ອມກັບການແຊກຊຶມພັດທະນາຂອງວັດທະນະທຳໃໝ່ ແລະ ການເຊື່ອມໂຍງເຂົ້າກັບສາກົນນັ້ນ, ມີຫຼາຍຈຸດວັດທະນະທຳທີ່ເປັນມູນເຊື້ອສະເພາະຂອງປະຊາຄົມຊົນ ເຜົ່າ ໄທ ພວມຄ່ອຍໆສູນເສຍໄປເທື່ອລະໜ້ອຍ, ພິເສດແມ່ນຕົວໜັງສື. ຕໍ່ໜ້າສະພາບການດັ່ງກ່າວນັ້ນ, ທາງແຂວງ ດ້ຽນບຽນ ພວມມານະພະຍາຍາມອະນຸລັກຮັກສາພາສາເວົ້າ ແລະ ພາສາຂຽນຂອງຊົນເຜົ່າ ໄທ ໄວ້ໂດຍຜ່ານການເປີດ ຫ້ອງຮຽນສອນພາສາ ໄທ ເດີມໃຫ້ພໍ່ແມ່ພີ່ນ້ອງຊົນເຜົ່າ ໄທ ລຸ້ນຕ່າງໆໃນບໍລິເວນແຂວງ.
        “ພວກຂ້າພະເຈົ້າແມ່ນຊົນເຜົ່າ ໄທ, ແຕ່ກໍ່ຍັງບໍ່ທັນຮູ້, ຍັງບໍ່ທັນມີຄວາມເຂົ້າໃຈຕໍ່ຄວາມໝາຍ, ສີສັນຂອງພາສາຊົນເຜົ່າຕົນ. ສະນັ້ນ, ຂ້າພະເຈົ້າ ຈຶ່ງຈົດທະບຽນໄປຮຽນ”.
        “ຫຼານແມ່ນຄົນຊົນເຜົ່າ ໄທ, ສະນັ້ນ ຫຼານຈຶ່ງຢາກເປັນຜູ້ສືບທອດວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນໄວ້ ແລະ ຫຼານກໍ່ໄດ້ໄປຈົດທະບຽນຮຽນດ້ວຍຄວາມສະໝັກໃຈ ເພື່ອອະນຸລັກຮັກສາສີສັນຂອງຊົນເຜົ່າໄວ້”.
        “ເລື່ອງຮຽນພາສາໄທເດີມ ແມ່ນຍາກທີ່ສຸດ, ຍ້ອນບັນດາຕົວອັກສອນຂອງມັນມີລັກສະນະພິເສດທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ເພື່ອຮຽນພາສານີ້ໃຫ້ໄດ້ນັ້ນ ທຸກໆຄົນ ຕ້ອງມີຄວາມມານະພະຍາຍາມ. ຖ້າຫາກວ່າພວກເຮົາຮຽນໄດ້ນັ້ນ, ພວກເຮົາກໍ່ ຈະຂຸດຄົ້ນໄດ້ ແງ່ມູນທາງດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ”.
        ດ້ວຍຄວາມປາດຖະໜາຢາກມີຄວາມເຂົ້າໃຈ ແລະ ຢາກອະນຸລັກຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ, ໂດຍສະເພາະແມ່ນ ຕົວໜັງສື, ໃນ 3 ເດືອນຜ່ານມາ, ຕອນຄ່ຳຂອງແຕ່ລະມື້ ຢູ່ສຳນັກງານຂອງຄະນະກຳມະການປະຊາຊົນຕາແສງ ນອງລ໊ວງ, ເມືອງດ້ຽນບຽນ, ແຂວງ ດ້ຽນບຽນ, ມີນັກຮຽນ 30 ຄົນຂອງຫ້ອງຮຽນສອນພາສາ ໄທເດີມ ພວມມານະພະຍາຍາມຝຶກອ່ານ, ຝຶກຂຽນຕົວໜັງສືແຕ່ລະຕົວໃຫ້ຖືກຕ້ອງ.
        ຜູ້ມີອາຍຸຕ່ຳສຸດແມ່ນ 15 ປີ, ຜູ້ມີອາຍຸສູງສຸດແມ່ນ 73 ປີ ມາຈາກບ້ານຕ່າງໆໃນບໍລິເວນຕາແສງ, ຊ້ຳບໍ່ໜຳຍັງມີທັງພະນັກງານ ທີ່ພວມດຳລົງຕຳແໜ່ງບໍລິຫານກົງຈັກອຳນາດການປົກຄອງ, ກໍ່ມາຮຽນຫ້ອງດຽວກັນ. ສາຍເຫດອັນງ່າຍໆຂອງເຂົາເຈົ້າແມ່ນ ຄົນຊົນເຜົ່າໄທ ຕ້ອງຮູ້ພາສາໄທ, ເພື່ອໃຫ້ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງຊົນເຜົ່າຕົນຕື່ມອີກ, ຈາກນັ້ນແມ່ນອະນຸລັກຮັກສາ ແລະສືບທອດໃຫ້ຄົນລຸ້ນຫຼັງ.
        ທ່ານ ລໍ່ວັນເວືອງ, ອາຍຸ 73 ປີ, ຢູ່ບ້ານ ແທັງຈິ໊ງ, ຕາແສງ ນອງລ໊ວງ, ໃຫ້ຮູ້ວ່າ, ເຖິງວ່າຕາມົວ, ຫູຟັງບໍ່ແຈ້ງປານໃດກໍ່ຕາມ, ແຕ່ວ່າ ໄດ້ຮຽນຂຽນຕົວໜັງສື, ຮຽນເວົ້າພາສາ ທີ່ເປັນກົກເຄົ້າເຫງົ້າກໍຂອງຊົນເຜົ່າຕົນ ນັ້ນແມ່ນຄວາມສຸກທີ່ໃຫຍ່ຫຼວງສຳລັບຕົນເອງ.
        “ເມື່ອຕົວໜັງສື ໄທ ຖືກດັດປັບນັ້ນ ຂ້າພະເຈົ້າກໍ່ຮູ້ຈັກແລ້ວ, ໝາຍຄວາມວ່າ ອ່ານໄປອ່ານມາກໍ່ເຂົ້າໃຈໄດ້ໜ້ອຍໜຶ່ງ, ແຕ່ວ່າຕົວໜັງສື ໄທເດີມນັ້ນ ແມ່ນອ່ານບໍ່ໄດ້ເລີຍ. ປະຈຸບັນ ເມື່ອໄດ້ໄປຮຽນ ຂ້າພະເຈົ້າຈຶ່ງອ່ານໄດ້,ມີຄວາມເຂົ້າໃຈຄວາມໝາຍ ແລະ ຮູ້ວິທີຂຽນຕົວໜັງສືໄທເດີມແລ້ວ, ຮຽນເພື່ອສິດສອນໃຫ້ລູກຫຼານຂອງຕົນ, ບັນດາອ້າຍນ້ອງຜູ້ໃດຢາກຮຽນ ຂ້າພະເຈົ້າກໍ່ຈະສອນໃຫ້”.
        ໂດຍແມ່ນນັກຮຽນທີ່ມີອາຍຸນ້ອຍກວ່າໝູ່ຢູ່ໃນຫ້ອງ ນັ້ນແມ່ນນ້ອງ ເລື່ອງທິເຟືອງລິງ, ນັກຮຽນມໍ 5  ໂຮງຮຽນມັດທະຍົມສົມບູນເມືອງ ດ້ຽນບຽນ, ແບ່ງປັນວ່າ ຍ້ອນຕົນເອງແມ່ນຊົນເຜົ່າ ໄທ ສະນັ້ນຈຶ່ງຢາກຊອກຮູ້ກ່ຽວກັບວັດທະນະທຳ, ຕົວໜັງສືຂອງຊົນເຜົ່າຕົນໃຫ້ຫຼາຍກວ່ານີ້ຕື່ມອີກ. ພາຍຫຼັງຮຽນມາເປັນເວລາເກືອບ 1 ເດືອນ, ປະຈຸບັນ, ນ້ອງ ລິງ ກໍ່ຮູ້ວິທີອ່ານ ແລະ ຂຽນຕົວໜັງສື ໄທເດີມ ແລ້ວ.
        “ປະຈຸບັນ, ນ້ອງຮູ້ວິທີອ່ານແລ້ວ. ນ້ອງຮູ້ສຶກມັກພາສາ ໄທເດີມແລ້ວ ຍ້ອນ ຕົວໜັງສືຂອງມັນມີຫຼາຍຄວາມໝາຍ ຫຼື ວິທີປັບຕົວໜັງໃສ່ກັນແມ່ນມີຄວາມເປັນພິເສດທີ່ສຸດ. ຖ້າຫາກຄົນຊົນເຜົ່າ ໄທ ໂອ້ລົມທຳມະດານຳກັນນັ້ນແມ່ນ ງ່າຍທີ່ສຸດ, ແຕ່ວ່າວິທີການຂີດຂຽນນັ້ນ ແມ່ນຍາກທີ່ສຸດ ຍ້ອນວ່າມັນມີໄມ້ວັນນະຍຸດຫຼາຍ. ແລ້ວວິທີຂຽນກໍ່ແຕກຕ່າງກັນຫຼາຍ ເມື່ອທຽບໃສ່ຕົວໜັງສືທຳມະດາ, ສະນັ້ນ ຕ້ອງຮຽນຈຶ່ງມີຄວາມເຂົ້າໃຈໄດ້”.
        ທ່ານນາງ ຈູທຸ່ຍລຽນ, ຮອງຫົວໜ້າຄະນະຊົນເຜົ່າແຂວງດ້ຽນບຽນ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ທາງແຂວງໄດ້ມີບັນດາລາຍການ, ແຜນການກ່ຽວກັບການອະນຸລັກຮັກສາວັດທະນະທຳບັນດາເຜົ່າ, ໃນນັ້ນມີການອະນຸລັກຮັກສາວັດທະນະທຳຊົນເຜົ່າໄທ, ພິເສດແມ່ນການປາກເວົ້າ ແລະ ຕົວໜັງສື. ເລື່ອງເປີດຫ້ອງຮຽນ ພາສາໄທເດີມ ແມ່ນເພື່ອແນໃສ່ອະນຸລັກຮັກສາ, ເສີມຂະຫຍາຍການປາກເວົ້າ, ຕົວໜັງສືຂອງຊົນເຜົ່າໜຶ່ງຢູ່ເຂດແດນດິນ ເມືອງແທນ ນີ້ໄວ້. ພາຍຫຼັງຮຽນຈົບ, ບັນດານັກຮຽນຈະໄດ້ຮັບໃບຢັ້ງຢືນຂອງສະມາຄົມ ວັນນະສິນພື້ນເມືອງຫວຽດນາມ.
        “ທິດທາງຂອງພວກຂ້າພະເຈົ້າ ແມ່ນສືບຕໍ່ອະນຸລັກຮັກສາ ແລະ ສິດສອນ ບໍ່ພຽງແຕ່ໃຫ້ແກ່ບັນດາພະນັກງານ, ພາລະກອນທີ່ເປັນຊົນເຜົ່າ ໄທ ເທົ່ານັ້ນ, ແຕ່ຍັງແມ່ນບັນດາເປົ້າໝາຍທີ່ເປັນໄວໜຸ່ມຂອງຊົນເຜົ່າ ໄທ ອີກດ້ວຍ, ເພື່ອໃຫ້ເຂົາເຈົ້າສາມາດຂີດຂຽນ, ປາກເວົ້າ ແລະ ສາມາດຮ້ອງເພງເປັນພາສາຂອງຊົນເຜົ່າຕົນໄດ້. ເຂົາເຈົ້າຍັງມີການພົວພັນແລກປ່ຽນກັບປະຊາຄົມຊົນເຜົ່າອ້າຍນ້ອງຢູ່ເຂດອາຊີຕາເວັນອອກສ່ຽງໃຕ້, ກໍຄືຢູ່ໃນໂລກອີກດ້ວຍ”.
        ຄະນະຊົນເຜົ່າແຂວງດ້ຽນບຽນ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ຄາດວ່າ ແຕ່ລະປີຈະເປີດຫ້ອງຮຽນສອນພາສາໄທເດີມ ໃຫ້ແກ່ພໍ່ແມ່ປະຊາຊົນຢ່າງໜ້ອຍສຸດແມ່ນໃຫ້ໄດ້ 1 ຫ້ອງ. ນີ້ແມ່ນວິທີເພື່ອອະນຸລັກຮັກສາ, ຊອກຫາວັດທະນະຂອງປະຊາຄົມຊົນເຜົ່າ ໄທ, ໂຄສະນາຮູບພາບຂອງຊົນເຜົ່າ ໄທ ອອກສູ່ໂລກ.
 (ແຫຼ່ງຄັດຈາກ VOV)