13/05/2019 07:27 GMT+7 Email Print Like 0

ມະຫາວິທະຍາໄລຫຼາຍແຫ່ງຢູ່ນະຄອນ ໂຮ່ຈີມິນ ລົງມືແກ້ໄຂບັນຫາຂີ້ເຫຍື້ອ, ຢາງປລາດສຕິກເສດເຫຼືອ

      ມະຫາວິທະຍາໄລຫຼາຍແຫ່ງຢູ່ນະຄອນ ໂຮ່ຈີມິນ ລົງມືແກ້ໄຂບັນຫາຂີ້ເຫຍື້ອ, ຢາງປລາດສຕິກເສດເຫຼືອ. ເມື່ອເຫັນໄດ້ເຖິງຄວາມເປັນອັນຕະລາຍ ທີ່ນັບມື້ນັບເພີ່ມຂຶ້ນຂອງ ຢາງປລາດສຕິກເສດເຫຼືອທີ່ມີຕໍ່ສິ່ງແວດລ້ອມ, ໃນໄລຍະມໍ່ໆມານີ້ ມະຫາວິທະຍາໄລຫຼາຍແຫ່ງຢູ່ນະຄອນ ໂຮ່ຈີມິນ ໄດ້ຜັນຂະຫາຍບັນດາໂຄງການເຄື່ອນໄຫວ ເພື່ອແນໃສ່ປ່ຽນແປງຄວາມຊິນເຄີຍນຳໃຊ້ເຄື່ອງຂອງເຮັດດ້ວຍ ຢາງປລາດສຕິກຂອງນັກສຶກສາ ແລະ ພະນັກງານ, ຄູອາຈານ. ຈຳກັດ ແລະ ຄ່ອຍໆມຸ່ງໄປສູ່ປາສະຈາກທໍ່ດູດ, ກວດ, ຈອກເຮັດດ້ວຍ ຢາງປລາດສຕິກ”. ນີ້ແມ່ນສິ່ງທີ່ທາງໂຮງຮຽນພວມພະຍາຍາມປະຕິບັດ ດ້ວຍຄວາມຫວັງເຮັດໃຫ້ສິ່ງແວດລ້ອມແຫ່ງຊີວິດ ມີຄວາມຂຽວງາມ

ຕຸກນ້ຳ , ກວດ, ເຄື່ອງໃຊ້ຕ່າງໆເຮັດດ້ວຍ ຢາງປລາດສຕິກ ແມ່ນມີຄວາມສະດວກ ແຕ່ຜົນຮ້າຍຂອງມັນກໍ່ຮ້າຍແຮງເກີນໄປ
      ມາຮອດປັດຈຸບັນ, ມະຫາວິທະຍາໄລເປີດນະຄອນ ໂຮ່ຈີມິນ ແມ່ນໂຮງຮຽນແຫ່ງທຳອິດຢູ່ນະຄອນໄດ້ສົ່ງຄຳປະກາດ ຮຽກຮ້ອງໃຫ້ພະນັກງານ, ຄູອາຈານ, ກຳມະກອນ, ພາລະກອນຈົ່ງຢຸດຕິການບໍລິໂພກນ້ຳບໍລິສຸດ ທີ່ໃສ່ໃນຕຸກເຮັດດ້ວຍຢາງປະລະສະຕິກໃນການປະຊຸມທຸກຄັ້ງ. ຕໍ່ຈາກນັ້ນນັບແຕ່ວັນທີ 15 ພຶດສະພາ ເປັນຕົ້ນໄປຫ້ອງຮຽນທຸກໆຫ້ອງ ຈະຢຸດຕິການຮັບໃຊ້ນ້ຳດື່ມທີ່ໃສ່ໃນຕຸກເຮັດດ້ວຍຢາງປະລະສະຕິກໃຫ້ແກ່ຄູອາຈານ. ຄູອາຈານຈະຫັນມານຳໃຊ້ຕຸກນ້ຳສ່ວນຕົວ ຫຼື ໂດຍຕຸກໂຮງຮຽນສະໜອງ ເພື່ອໄປເອົານ້ຳດື່ມໃນພະແນກຄູອາຈານ. ໂຮງຮຽນກໍ່ໄດ້ຂຶ້ນແຜນການມອບຕຸກບັນຈຸນ້ຳໃຫ້ແກ່ພະນັກງານຄູອາຈານທຸກໆຄົນ ຄືດັ່ງກຳລັງໜູນເພື່ອເຮັດໃຫ້ຄວາມຊິນເຄີຍປ່ຽນແປງໄປ. ທ່ານ ຮອງສາສະດຈານ, ປອ ຫວູຫິວດຶກ ຮອງອະທິການບໍດີມະຫາວິທະຍາໄລເປີດ ນະຄອນໂຮ່ຈີມິນ ເວົ້າງວ່າ:
      “ຕຸກນ້ຳເຮັດດ້ວຍ ຢາງປລາດສຕິກ ແມ່ນມີຄວາມສະດວກ ແຕ່ຜົນຮ້າຍຂອງມັນກໍ່ຮ້າຍແຮງເກີນໄປ. ເຮົາຄວນປະລະຄວາມຊິນເຄີຍທີ່ສະດວກນີ້. ພວກເຮົາຍອມຮັບບັນຫານີ້ ບາງເທື່ອກໍ່ມີຄວາມລຳບາກໜ້ອຍໜຶ່ງ ຍ້ອນວ່າໄປໃສເຮົາກໍ່ສາມາດນຳເອົາໄປຕາມຕົວໄດ້, ແຕ້ມັນຈະຄ່ອຍກາຍເປັນຄວາມຊິນເຄີຍໃນວົງຄະນະຍາດ ແລະ ມັນສົ່ງຜົນກະທົບເຖິງຫຼາຍເປົ້າໝາຍ, ບໍ່ສະເພາະແຕ່ຜູ້ບໍລິໂພກເທົ່ານັ້ນ. ນັບທັງບັນດາຜູ້ສະໜອງ, ເຂົາເຈົ້າກໍ່ພ້ອມແລ້ວໃຫ້ການສະໜອງບັນດາຮູບແບບທີ່ບໍ່ແມ່ນວັດສະດຸນັ້ນ”.
    ມະຫາວິທະຍາໄລເປີດນະຄອນ ໂຮ່ຈີມິນ ກໍ່ມີການເຄື່ອນໄຫວສົ່ງເສີມໃຫ້ແກ່ນັກສຶກສາ ຫຼຸດຜ່ອນຂີ້ເຫຍື້ອ ຢາງປລາດສຕິກເສດເຫຼືອລົງໃນລະດັບຕ່ຳສຸດ. ທາງໂຮງຮຽນໄດ້ໃຫ້ຕັ້ງບັນດາລະບົບສະໜອງນ້ຳດື່ມ ເພື່ອຮັບໃຊ້ນັກຮຽນ. ເພື່ອນ ຫງວຽນວັນເຫງຍ ນັກສຶກສາສັງກັດມະຫາວິທະຍາໄລເປີດນະຄອນ ໂຮ່ຈີມິນ ໃຫ່ຮູ້ວ່າ:
     “ໃນເບື້ອງຕົ້ນນ້ອງກໍ່ເຫັນວ່າການເຄື່ອນໄຫວນີ້ກໍ່ມີຄວາມແປກປະຫຼາດ ເພາະວ່າເຄື່ອງເຮັດດ້ວຍ ຢາງປລາດສຕິກ ແມ່ນສິ່ງທີ່ລື້ງເຄີຍກັບທຸກໆຄົນແລ້ວ, ແຕ່ ປັດຈຸບັນຖືກຈຳກັດໂດຍບັງເອີນ. ແຕ່ພາຍຫຼັງໄລຍະໜຶ່ງ ນ້ອງກໍ່ເຫັນວ່າການເຄື່ອນໄຫວນີ້ກໍ່ມີຄວາມແທດເໝາະພໍສົມຄວນ. ຖ້າຫາກວ່າພວກເຮົາຄ່ອຍໆຫັນໄປສູ່ການນຳໃຊ້ບັນດາຜະລິດຕະພັນທີ່ສາມາດໃຊ້ໄດ້ຫຼາຍເທື່ອ ກໍ່ຈະທັງມີຄວາມສະດວກໃຫ້ແກ່ກະໂຕເຮົາເອງ, ທັງເປັນການຊ່ວຍໂຮງຮຽນຫຼຸດຜ່ອນຂີ້ເຫຍື້ອ, ສິ່ງເສດເຫຼືອ. ຕາມນ້ອງແລ້ວນີ້ແມ່ນວຽກງານທີ່ດີຄວນຈະຕ້ອງເຮັດ”.
     ການສະເໜີໃຫ້ພະນັກງານປ່ຽນແປງຄວາມຊິນເຄີຍ ນຳໃຊ້ເຄື່ອງຂອງເຮັດດ້ວຍຢາງປະລະສະຕິກ ກໍ່ຫາກໍ່ໄດ້ຮັບການຜັນຂະຫຍາຍຈາກສູນຄັດເລືອກນັກຮຽນ ແລະ ສື່ສານສັງກັດມະຫາວິທະຍາໄລອຸສາຫະກຳສະບຽງອາຫານ ນະຄອນໂຮ່ຈີມິນ. ທ່ານ ປະລິນຍາໂທ ຟ້າມຖາຍເຊີນ ຜູ້ອຳນວຍການສູນດັ່ງກ່າວ ໃຫ້ຮູ້ວ່າ: “ບັນດາພະນັກງານ, ພາລະກອນໄດ້ຮັບຄຳສັ່ງເກືອດຫ້າມນຳໃຊ້ຕຸກ, ຈອກ ແລະ ທໍ່ດູດເຮັດດ້ວຍຢາງປະລະສະຕິກ ດ້ວຍນຳໃຊ້ເທື່ອດຽວ. ພ້ອມກັນນັ້ນທາງໂຮງຮຽນກໍ່ໄດ້ຈັດການເສັງຊອກຮູ້ “ຊີວິດຂຽວ” ເພື່ອຊ່ວຍນັກຮຽນນັກສຶກສາກຳແໜ້ນຜົນຮ້າຍຈາກສິ່ງເສດເຫຼືອແຂງ ແນໃສ່ປ່ຽນແປງຈິນຕະນາການ. ປທ ຟ້າມຖາຍເຊີນ ເວົ້າວ່າ:
     “ໂຮງຮຽນຍາມໃດກໍ່ເພີ່ມທະວີວຽກງານໂຄສະນາ ເພື່ອໃຫ້ພວກນ້ອງນັກຮຽນນັກສຶກສາ ກໍ່ຄືໃຫ້ພະນັກງານຄູອາຈານເຫັນໄດ້ຜົນຮ້າຍຈາກຂີ້ເຫຍື້ອ ຢາງປລາດສຕິກເສດເຫຼືອທີ່ມີຕໍ່ສິ່ງແວດລ້ອມ. ໃນໄລຍະຕໍ່ມານີ້, ພວກຂ້າພະເຈົ້າຈະມຸ່ງໄປສູ່ ເລື່ອງບໍ່ນຳໃຊ້ເຄື່ອງຂອງເຮັດດ້ວຍ ຢາງປລາດສຕິກຄື ຕຸກນ້ຳ, ຈອກ, ທໍ່ດູດເຮັດດ້ວຍ ຢາງປລາດສຕິກ ໃນບໍລິເວນໂຮງຮຽນ”.
     ສ່ວນຢູ່ມະຫາວິທະຍາໄລເສດຖະກິດ - ການເງິນນະຄອນ ໂຮ່ຈີມິນ, ພວກນັກສຶກສາໄດ້ປະຕິບັດບັນດາຫົວເລື່ອງຂອງວິຊາອອກແບບໂຄງການດ້ວຍຫົວຂໍ້ “ສິ່ງແວດລ້ອມ”, ຜ່ານນັ້ນກໍ່ເປັນການປະກອບສ່ວນໃຫ້ແກ່ບັນການເຄື່ອນໄຫວຫຼຸດຜ່ອນຂີ້ເຫຍື້ອສິ່ງເສດເຫຼືອລົງໃນລະດັບຕ່ຳສຸດ ເພື່ອປົກປັກຮັກສາສະພາບແວດລ້ອມແຫ່ງຊີວິດ, ພິເສດແມ່ນຢາງປະລະສະຕິກເສດເຫຼືອ. ທ່ານ ປອ ໂຮ່ວຽດເຟືອງ ຫົວໜ້າຫ້ອງການ ມະຫາວິທະຍາໄລເສດຖະກິດ - ການເງິນ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:
     “ຈຸດປະສົງສຸດທ້າຍຂອງບັນດາການເຄື່ອນໄຫວນີ້ ກໍ່ແມ່ນເພື່ອໃຫ້ທຸກໆຄົນເຫັນໄດ້ເຖິງຜົນສະທ້ອນ ກໍ່ຄືຜົນຮ້າຍຈາກ ຢາງປລາດສຕິກເສດເຫຼືອເພື່ອຈຳກັດການນຳໃຊ້ບັນດາຜະລິດຕະພັນນີ້ໃຫ້ໜ້ອຍລົງ, ວຽກງານນີ້ກໍ່ຊ່ວຍປະຢັດງົບປະມານໃນການຜະລິດຄືນໃໝ່, ກຳຈັດຂີ້ເຫຍື້ອ, ສິ່ງເສດເຫຼືອ, ພ້ອມທັງຊ່ວຍໃຫ້ມະນຸດຮັກສາສຸຂະພາບ ແລະ ປະກອບສ່ວນຈຳກັດບັນດາຜົນສະທ້ອນ ຕໍ່ສະພາບແວດລ້ອມແຫ່ງຊີວິດ”.
    ດ້ວຍບັນດາການກະທຳທີ່ລະອຽດ ແລະ ຂ້ຽວຂາດນັ້ນ, ມະຫາວິທະຍາໄລຫຼາຍແຫ່ງທີ່ນະຄອນ ໂຮ່ຈີມິນ ພວມພະຍາຍາມເຮັດໃຫ້ຄວາມຊິນເຄີຍຂອງນັກສຶກສາ, ພະນັກງານ, ຄູອາຈານປ່ຽນແປງໄປ ເພື່ອຮ່ວມແຮງຮ່ວມໃຈປົວແປງສິ່ງແວດລ້ອມ. ຖ້າຫາກວ່າໄດ້ຂະຫຍາຍໂດຍໄວນີ້, ບັນດາຂະບວນການທີ່ແທດຈິງນີ້ຈະສົ່ງຜົນກະທົບຢ່າງຕັ້ງໜ້າ ເພື່ອຊ່ວຍວົງຄະນະຍາດສ້າງວິຖີຊີວິດ ສະອາດຂຽວງາມເປັນຮູບປະທຳ, ນີ້ເປັນສິ່ງທີ່ຕ້ອງການທີ່ສຸດໃນຍຸກທັນສະໄໝ
 (ແຫຼ່ງຄັດຈາກ VOV)