ງານມະໂຫລານກະຈາຍສຽງແຫ່ງຊາດຄັ້ງທີ XVII ປີ 2026 ຈະດຳເນີນແຕ່ວັນທີ 11 ຫາວັນທີ 13 ເມສາ ຢູ່ແຂວງ ກວາງນິງ ຂອງຫວຽດນາມ ດ້ວຍຫົວຂໍ້ “ການກະຈາຍສຽງເພື່ອປະເທດ ຫວຽດນາມ ຮຸ່ງເຮືອງເຂັ້ມແຂງ, ວັດທະນາຖາວອນ”.
ທ່ານ ຟ້າມແມ້ງຮຸ່ງ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ
ກ່ອນດຳເນີນເຫດການ, ທ່ານ ຟ້າມແມ້ງຮຸ່ງ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານມະໂຫລານກະຈາຍສຽງປີນີ້, ຢັ້ງຢືນວ່າ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ກະກຽມຢ່າງລອບຄອບຖີ່ຖ້ວນໃຫ້ແກ່ເຫດການນີ້. ງານມະໂຫລານຖືກດຳເນີນພາຍຫຼັງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ໄດ້ຮັບຮອງເອົາບັນດາເປົ້າໝາຍພັດທະນາຂອງປະເທດຊາດໃນສັງກາດພັດທະນາໃໝ່. ທ່ານກ່າວວ່າ:
“ທັງລະບົບການເມືອງໄດ້ກຽມພ້ອມກ້າວເຂົ້າສູ່ສັງກາດພັດທະນາໃໝ່ດ້ວຍບັນດາຄວາມຄາດຫວັງສ້າງສາປະເທດຊາດໃຫ້ຮຸ່ງເຮືອງເຂັ້ມແຂງ, ວັດທະນາຖາວອນ. ຫົວຂໍ້ຂອງງານມະໂຫລານກະຈາຍສຽງປີນີ້ ກໍແມ່ນແນວຄວາມຄິດຂອງວິທະຍຸກະຈາຍສຽງ ຫວຽດນາມ, ນັ້ນແມ່ນຂະແໜງກະຈາຍສຽງ ຫວຽດນາມ, ບຸກຄົນທີ່ຜະລິດລາຍການກະຈາຍສຽງ ຫວຽດນາມ ຍາມໃດກໍຮ່ວມເດີນທາງ, ຜູກພັນກັບບັນດາວຽກງານສຳຄັນຂອງປະເທດຊາດ. ນີ້ກໍແມ່ນເປົ້າໝາຍ, ໜ້າທີ່ຈຸດສຸມ, ພາລະກຳຂອງຜູ້ເຮັດວຽກງານກະຈາຍສຽງໃນທົ່ວປະເທດ, ປະກອບສ່ວນຫັນເປົ້າໝາຍ ແລະ ຄວາມຄາດຫວັງນັ້ນໃຫ້ປະກົດຜົນເປັນຈິງ”.
່(ແຫຼ່ງຄັດຈາກ VOV)