• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມະຕິເລກທີ 54ຂອງສະພາແຫ່ງຊາດແມ່ນກຳລັງຫນູນແຫ່ງການພັດທະນາໃຫມ່ໃຫ້ແກ່ນະຄອນໂຮ່ຈິມີນ

ມະຕິເລກທີ 54 ຂອງສະພາແຫ່ງຊາດແມ່ນກຳລັງຫນູນແຫ່ງການພັດທະນາໃຫມ່ໃຫ້ແກ່ນະຄອນໂຮ່ຈິມີນ.

ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈິມີນ
      ນີ້ແມ່ນຄຳຢືນຢັນຂອງທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈິມີນ ກ່ຽວກັບມະຕິ ວ່າດ້ວຍການທົດລອງປະຕິບັດກົນໄກ, ນະໂຍບາຍພິເສດການພັດທະນານະຄອນ ໂຮ່ຈິມີນ ທີ່ຫາກໍ່ໄດ້ຮັບຮອງເອົາຈາກ ສະພາແຫ່ງຊາດ ໃນວັນທີ 24 ພະຈິກ ປີ 2017. ຕາມທ່ານ ຫງວຽນທ້ຽນເຍີນ ແລ້ວ, ມະຕິເລກທີ 54  ແມ່ນລັດຖະນະໂຍບາຍແຫ່ງຊາດບຸກທະລຸ, ຄົບຊຸດ, ທັນການ, ເໝາະສົມກັບສະພາບການພັດທະນາຂອງນະຄອນ, ຈະຊ່ວຍນະຄອນທັງເສີມຂະຫຍາຍບັນດາທ່າໄດ້ປຽບທຳມະຊາດຂອງຕົນໃນວິວັດການພັດທະນາໃຫ້ດີກວ່າ, ທັງເສີມຂະຫຍາຍບັນດາແຫລ່ງກຳລັງໃນໝູ່ປະຊາຊົນເປັນຢ່າງດີກວ່າ.
      ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ: ມະຕິເລກທີ 54 ຂອງສະພາແຫ່ງຊາດ ມີການກຳນົດເວລາ ແມ່ນ 05 ປີ. ສະນັ້ນ ນະຄອນ ຈະຜັນຂະຫຍາຍຢ່າງຂ້ຽວຂາດ, ຄົບຊຸດ ແລະ ມີຫົວຄິດປະດິດສ້າງ, ຜັນຂະຫຍາຍບັນດາມາດຕະການໃນໄລຍະ 2018-2020.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດ ທຽນ​ຂຸງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດ ທຽນ​ຂຸງ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມຊົມເຊີຍກຸ່ມບໍລິສັດ ທຽນຂຸງ ທີ່ໃນຊຸມປີຜ່ານມາໄດ້ເປີດກວ້າງການລົງທຶນຢູ່ແຂວງ ກວາງນິງ ແລະ ດົ່ງນາຍຂອງ ຫວຽດນາມ.

Top