• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບໃບປະກາດສະນິຍະບັດປະລິຍາເອກການທະຫານໃຫ້ພະນັກງານກອງທັບລາວ

ພິ​ທີມອບໃບປະກາດສະນິຍະບັດປະລິຍາເອກ
      ວັນ​ທີ 27/03, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ປະ​ເທດ​ລາວ, ​ວິ​ທ​ະ​ຍາ​ຄານ​ປ້ອງ​ກັນ​ຊາດ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບວິ​ທ​ະ​ຍາ​ຄານ​ປ້ອງ​ກັນ​ຊາດ​ໄກ​ສອນ ພົມ​ວິ​ຫານ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ມອບ​ໃບ​ປະ​ກາດ​​ສະ​ນິ​ຍະ​ບັດປະ​ຕິ​ຍາ​ເອກ​ໃຫ້ນາຍ​ທະ​ຫານກອງ​ທັບ​ປະ​ຊາ​ຊົນ​ລາວ 2 ຄົນ​ແມ່ນ​ ພັນ​ໂທ ທອງ​ດຳ ແສງ​ສຸ​ລີ​ຈັນ ແລະ ພັນ​ໂທ ຄຳ​ສອນ ແກ້ວ​ບຸນ​ພັນ. ວິ​ທ​ະ​ຍາ​ຄານ​ປ້ອງ​ກັນ​ຊາດ​​ສັງ​ກັດ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ, ແມ່ນ​ສູນ​ບຳ​ລຸງ​ສ້າງ, ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ທະ​ຫານ​​ແຖວ​ໜ້າ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ. ໃນ​ຊຸມ​ປີ​ຜ່ານ​ມາ, ວິ​ທ​ະ​ຍາ​ຄານ​ປ້ອງ​ກັນ​ຊາດ​​ໄດ້​ມີ​ບັນ​ດາ​ການ​ໜູນ​ຊ່ວຍ ແລະ ຊ່ວຍ​ເຫຼືອ​ໃນ​​ເລື່ອງບ​ຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທ່​ີ​ມີ​ຄຸນ​ນະ​ພາບ​ສູງ​ໃຫ້​ກຳ​ລັງ​ກອງ​ທັບ​ປະ​ຊາ​ຊົນ​ລາວ ເວົ້າ​ລວມ ແລະ ໃຫ້ວິ​ທ​ະ​ຍາ​ຄານ​ປ້ອງ​ກັນ​ຊາດ​ ໄກ​ສອນ ພົມ​ວິ​ຫານ ​ເວົ້າ​ສະ​ເພາະ. ບັນ​ດາ​ພະ​ນັກ​ງານກອງ​ທັບ​ປະ​ຊ​າ​ຊົນ​ລາວ ພາຍ​ຫຼັງ​ຮຽນ​ຈົບ​​ຫຼັກ​ສຸດການ​ຄົ້ນ​ຄ​ວ້າ​ລະ​ດັບ​ປະ​ລິ​ຍາ​ເອກ​, ປ​້ອງ​ກັນ​ບົດ​ວະ​ທະ​ຍາ​ນິ​ພົນ​ສຳ​ເລັດ ແລະ ໄດ້​ມອບ​ໃບ​ສະ​ນິ​ຍະ​ບັດປະ​ກາດ​ປະ​ລິ​ຍາ​ເອກ​ຢູ່​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ​ຫວຽດ​ນາມ, ​ມີຫຼາຍ​ຄົນ​ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່ງ​ທີ່​ສຳ​ຄັນ​ໃນ​ກຳ​ລັງ​ກອງ​ທັບ​ປະ​ຊາ​ຊົນ​ລາວ…
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top