• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບຜົນການສັນນະສູດ AND ເພື່ອຮັບຮູ້ລາຍຊື່ນັກຮົບເສຍສະຫລະຊີວິດຢູ່ແນວຮົບ


ຍາດ​ຕິ​ພີ່​ນ້ອງ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ຮັບ​ຜົນ​ການ​ສັນ​ນະ​ສູດ ADN
        ຕອນ​ເຊົ້າ​ວັນ​ທີ 3/2, ຢູ່ ຮ່າ​ໂນ້ຍ ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໄດ້​ປະ​ກາດ ແລະ ​ມອບຜົນ​ການ​ສັນ​ນະ​ສູດ ADN ​ຄັ້ງ​ທີ 3 ເພື່ອຮັບ​ຮູ້​ລາຍ​ຊື່​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ ຊື່ງ​ແມ່ນ​ທະ​ກາ​ນ​ອາ​ສາ​ສະ​ໝັກ ຫວຽດ​ນາມ ແລະ ຊ່ຽວ​ຊານ​ການ​ທະ​ຫານ​ຫວຽດ​ນາມ ທີ່​ເສຍ​ສະ​ຫລະຢູ່ແນວ​ຮົບ 31 ຂຶ້ນ​ກັບ​ທົ່ງ​ໄຫ​ຫີນ ແຂວງ ຊຽງ​ຂວາງ ປະ​ຈຸ​ບັນ ພວມ​ຝັງ​ສົບ​ຢູ່​ສ​ຸ​ສານ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ ມິ​ດ​ຕະ​ພາບ ຫວຽດ​ນາມ - ລາວ ເມືອງ ແອງ​ເຊີນ ແຂວງ ເງ້​ອານ.  ໃນ​ຄັ້ງ​ທີ 3 ນີ້, ຜົນ​ການ​ສັນ​ນະ​ສູດ ADN ສົບ​ຂອງນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ 94 ຄົນ ໃນ​ຈຳ​ນວນອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ 1.179 ຄົນ ຊື່ງ​ແມ່​ນ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຜູ້​ຊ່ຽວ​ຊານ​ການ​ທະ​ຫານ​ທີ່​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ແນ​ວ​ຮົບ 31.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

2 ຝ່າຍໄດ້ພ້ອມກັນຕີລາຄາຄືນສະພາບການພົວພັນຮ່ວມມືລະຫວ່າງ 2 ປະເທດ, ເປັນເອກະພາບບັນດາການກຳນົດທິດໃຫຍ່ເພື່ອເປີດກວ້າງ ແລະ ເຮັດໃຫ້ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອເລິກເຊິ່ງກວ່າ

Top