• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຟຸອຽນຮັບໃບຢັ້ງຢືນ ຮັບຮອງ “ສິລະປະຂັບບ່າຍຈອຍ” ເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸ ຈາກ UNESCO

ເລື່ອງຂັບບ່າຍຈອຍໄດ້ຮັບການເຊີດຊູເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຂອງມວນມະນຸດນັ້ນ ໄດ້ປະກອບສ່ວນຢັ້ງຢືນສີສັນວັດທະນະທຳຫຼາຍຮູບຫຼາຍແບບຂອງຫວຽດນາມ

ການນຳແຂວງຟຸອຽນ ຮັບໃບຢັ້ງຢືນ ຮັບຮອງ “ສິລະປະຂັບບ່າຍຈອຍ” ເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸ ຈາກ UNESCO

ພິທີຮັບໃບຢັ້ງຢືນ ຮັບຮອງ “ສິລະປະຂັບບ່າຍຈອຍ” ເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸ ຈາກ UNESCO ໄດ້ດຳເນີນໃນຕອນຄ່ຳວັນທີ 19 ພຶດສະພາ, ຢູ່ນະຄອນຕຸຍຮວ່າ (ແຂວງຟຸອຽນຂອງຫວຽດນາມ). ເຫດການດັ່ງກ່າວ ບໍ່ພຽງແຕ່ມີຄວາມໝາຍສະເພາະສຳລັບແຂວງຟຸອຽນເທົ່ານັ້ນ ຫາກແມ່ນຄວາມພາກພູມໃຈລວມຂອງບັນດາແຂວງພາກກາງຂອງຫວຽດນາມທີ່ມີກອງສະລິປະກອນຂັບບ່າຍຈອຍພວມເຄື່ອນໄຫວອີກດ້ວຍ. ເລື່ອງຂັບບ່າຍຈອຍໄດ້ຮັບການເຊີດຊູເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຂອງມວນມະນຸດນັ້ນ ໄດ້ປະກອບສ່ວນຢັ້ງຢືນສີສັນວັດທະນະທຳຫຼາຍຮູບຫຼາຍແບບຂອງຫວຽດນາມ.

        ທີ່ພິທີ, ໄດ້ດຳເນີນການເຄື່ອນໄຫວໜ້າປະທັບໃຈຫຼາຍຢ່າງ ຄື: ເດີນຂະບວນແຫ່ໃບຢັ້ງຢືນ ໂດຍມີການເຂົ້າຮ່ວມຂອງບັນດານັກສິລະປິນ, ນັກສະແດງ ຈາກບັນດາກອງສິລະປະກອນຂັບບາຍຈອຍໃນທົ່ວແຂວງ; ການສະແດງຂັບບ່າຍຈອຍພື້ນເມືອງ ໄດ້ດຶງດູດຊາວທ້ອງຖິ່ນ ແລະ ແຂກມາຊົມເປັນຈຳນວນຫຼວງຫຼາຍ.

(ແຫຼ່ງຄັດຈາກ VOV)


ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ຕາມບົດລາຍງານແລ້ວ, ໃນຈຳນວນບັນດາປະເທດຖືກຜົນສະທ້ອນລວມມີ ໂຊມາລີ, ລັດເຊຍ, ອີຣານ, ອາບການິດສະຖານ, ບຣາຊິນ, ນີເຊລີ ແລະ ໄທ.

Top