ຂ່າວສານ
ພຽງແຕ່ນັກຊ່ຽວຊານຕ່າງປະເທດທີ່ໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19 ກ່ອນເຂົ້າເມືອງ ຫວຽດນາມ ຈຶ່ງໄດ້ແຍກຕົວຢູ່ເຂດພົນລະເຮືອນ

ຄະນະຊີ້ນຳແຫ່ງຊາດໄດ້ເຫັນດີເປັນເອກະພາບ ມອບໃຫ້ກະຊວງສາທາລະນະສຸກ ຮັບເອົາຄຳເຫັນຈາກນັກຊ່ຽວຊານ, ບັນດາກະຊວງ, ຂະແໜງການ; ຈາກນັ້ນ ປະກາດໃຊ້ ຂັ້ນຕອນການຄຸ້ມຄອງຄົນເຂົ້າເມືອງຢ່າງເຄັ່ງຄັດ, ນັບທັງນັກຊ່ຽວຊານຕ່າງປະເທດ ແລະ ຊາວ ຫວຽດນາມ ກັບຄືນມາຈາກຕ່າງປະເທດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ເນັ້ນໜັກວ່າ:
“ຕ້ອງອັບເດດ, ເກັບກຳຂໍ້ມູນ, ປັບປຸງຂໍ້ກຳນົດ, ການແນະນຳຄືນໃໝ່. ສຳລັບຊາວ ຫວຽດນາມ ກັບຄືນມາຈາກຕ່າງປະເທດ ຕ້ອງລົງທະບຽນ ແລະ ແຈ້ງຂໍ້ມູນຢ່າງລະອຽດ, ຄົບຖ້ວນກັບສະຖານທູດ ກ່ຽວກັບການສັກວັກຊິນ, ບ່ອນຢູ່, ບ່ອນແຍກຕົວຫຼັງຈາກກັບມາປະເທດ. ສຳລັບນັກຊ່ຽວຊານຕ່າງປະເທດເຂົ້າເມືອງ ຫວຽດນາມ ກໍເຊັ່ນດຽວກັນ. ບັນດາກໍລະນີແຍກຕົວທັງໝົດ ລ້ວນແຕ່ຕ້ອງຕິດຕາມທຸກຂໍ້ມູນທີ່ກ່ຽວຂ້ອງ”.
ໃນກອງປະຊຸມດັ່ງກ່າວ, ຄະນະຊີ້ນຳກໍໄດ້ປຶກສາຫາລືກ່ຽວກັບການສ້າງມາດຖານຕີລາຄາລະດັບຄວາມສ່ຽງ ເພື່ອຕອບສະໜອງການປ້ອງກັນ, ຕ້ານໂລກລະບາດຢູ່ ຫວຽດນາມ, ຄາດວ່າ ຈະມີຢູ່ 4 ລະດັບ: ປົກກະຕິໃໝ່, ມີຄວາມສ່ຽງ, ມີຄວາມສ່ຽງສູງ ແລະ ມີຄວາມສ່ຽງສູງທີ່ສຸດ…
(ແຫຼ່ງຄັດຈາກ VOV)