• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄວອາໄລດວງວິນຍານພໍ່ປະຊາຊົນ ແລະ ພະນັກງານ, ນັກຮົບທີ່ໄດ້ເສຍສະຫຼະຊີວິດ, ເສຍຊີວິດຍ້ອນຕິດໂລກລະບາດໂຄວິດ-19

ໃນເວລາ 20 ໂມງ 30 ນາທີ ຂອງວັນທີ 19 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ ຈະດຳເນີນການຈູດທູບໃຕ້ທຽນ, ລອຍກະໂທງ...
ພິທີໄວ້ອາໄລ ຈະດຳເນີນໃນເວລາ 20 ໂມງ 30 ນາທີ ຂອງວັນທີ 19 ພະຈິກ. (ພາບ: VGP)

ຕອນຄ່ຳວັນທີ 19 ພະຈິກ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົມທົບກັບນະຄອນ ໂຮ່ຈີມິນ ແລະ ບາງແຂວງ, ນະຄອນ ຈັດພິທີໄວ້ອາໄລດວງວິນຍານປະຊາຊົນ ແລະ ພະນັກງານ, ນັກຮົບທີ່ໄດ້ເສຍສະຫຼະຊີວິດ, ເສຍຊີວິດຍ້ອນຕິດໂລກລະບາດໂຄວິດ-19. ພິທີໄວ້ອາໄລແມ່ນຈະເລີ່ມດຳເນີນແຕ່ເວລາ 20 ໂມງ ຂອງວັນທີ 19 ພະຈິກ ແລະ ຈະໄດ້ຖ່າຍທອດສົດໃນຊ່ອງ VTV1 ຂອງສະຖານີໂທລະພາບ ຫວຽດນາມ ຈາກສະຖານທີ່ເຊື່ອມຕໍ່ຢູ່ຫໍປະຊຸມ ທົງເຍິດ ນະຄອນ ໂຮ່ຈີມິນ ແລະ ສະຖານທີ່ສວນສາທາລະນະ ທົງເຍີດ ນະຄອນຫຼວງ ຮ່າໂນ້ຍ.

        ເມື່ອແລກປ່ຽນກັບສື່ມວນຊົນກ່ຽວກັບເຫດການດັ່ງກ່າວ, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຟຸ່ງແຄັງຕ່າຍ ໃຫ້ຮູ້ວ່າ: ວຽກງານກະກຽມແມ່ນສຳລັບເປັນທີ່ຮຽບຮ້ອຍແລ້ວ. ໃນເວລາ 20 ໂມງ 30 ນາທີ ຂອງວັນທີ 19 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ ຈະດຳເນີນການຈູດທູບໃຕ້ທຽນ, ລອຍກະໂທງ... ແລະໃນເວລາດຽວກັນນີ້, ຢູ່ບັນດາແຂວງ, ນະຄອນທີ່ມີປະຊາຊົນເສຍຊີວິດເປັນຈຳນວນຫຼາຍ ກໍ່ມີການເຄື່ອນໄຫວທີ່ເໝາະສົມເພື່ອຈັດພິທີໄວ້ອາໄລດັ່ງກ່າວ.

“ພິທີໄວ້ອາໄລແມ່ນການແບ່ງເບົາຄວາມເຈັບປອດຂອງພັກ, ລັດ, ແນວໂຮມປະເທດຊາດ ຕໍ່ຄວາມເສຍຫາຍ, ເຈັບປວດຂອງບັນດາຄອບຄົວ, ຍາດຕິພີ່ນ້ອງ ແລະ ແຜ່ຂະຫຍາຍນ້ຳໃຈເມດຕາປານີໃນວົງຄະນະຍາດ. ພວກຂ້າພະເຈົ້າປາດຖະໜາວ່າ, ພໍ່ແມ່ປະຊາຊົນ, ນັກຮົບ, ບັນດາກຳລັງປະກອບອາວຸດ ຈົ່ງມານະອົດທົນ ແລະ ຫັນຄວາມເຈັບປວດນັ້ນກາຍເປັນການກະທຳ, ສືບຕໍ່ສາມັກຄີຢ່າງແໜ້ນແຟ້ນ, ຍົກສູງສະຕິໃນການປ້ອງກັນ, ຕ້ານໂລກລະບາດ, ບໍ່ລະເລຍເຜີຕົວ ບໍ່ປະໝາດ”.

(ແຫຼ່ງຄັດຈາກ VOV)


ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top