• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຮັບເງິນໜູນຊ່ວຍປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ 19

      ທ່ານນາງ ເຈືອງທິຫງອກແອງ ຮອງປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຕາງໜ້າໃຫ້ຄະນະກູ້ຊ່ວຍສູນກາງ ໄດ້ມອບເງິນຈຳນວນ 4 ຕື້ 52 ລ້ານດົ່ງ ໃຫ້ແກ່ກະຊວງການຕ່າງປະເທດ ເພື່ອໜູນຊ່ວຍຊາວຫວຽດນາມອາໄສຢູ່ຕ່າງປະເທດ.
(ພາບ: ລານເຟືອງ)
      ຕອນບ່າຍວັນທີ 24 ພຶດສະພາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງ ເຈືອງທິຫງອກແອງ ຮອງປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຕາງໜ້າໃຫ້ຄະນະກູ້ຊ່ວຍສູນກາງ ໄດ້ມອບເງິນຈຳນວນ 4 ຕື້ 52 ລ້ານດົ່ງ ໃຫ້ແກ່ກະຊວງການຕ່າງປະເທດ ເພື່ອໜູນຊ່ວຍຊາວຫວຽດນາມອາໄສຢູ່ຕ່າງປະເທດ ຢູ່ສະຖານທີ່ປະສົບກັບຄວາມຫຍຸ້ງຍາກຈຳນວນໜຶ່ງ ເພື່ອປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ 19.
   ທ່ານດັ້ງມິນຄອຍ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່າ: ບ້ວງເງິນດັ່ງກ່າວແມ່ນມີຄວາມໝາຍສຳຄັນ, ພິເສດແມ່ນໃນສະພາບການປະຈຸບັນ ໂລກລະບາດພວມມີການຜັນແຜ່ທີ່ເຄັ່ງຕຶງຢູ່ບາງປະເທດ. ການໜູນຊ່ວນນີ້ ສະແດງໃຫ້ເຫັນຄວາມເອົາໃຈໃສ່ຈາກພັກ, ລັດ ແລະ ປຊຊ ທີ່ມີຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສະແດງໃຫ້ເຫັນນ້ຳໃຈຊ່ວຍເຫຼືອຊື່ງກັນ ແລະ ກັນຂອງຊາດຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top