• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫລີມສະຫລອງ 45 ປີແຫ່ງວັນຜູ້ນຳ Fidel Castro ຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ

ຕອນຄ່ຳວັນທີ 14 ກັນຍາ ຢູ່ ນະຄອນ ດົງຮ່າ, ແຂວງ ກວ໋າງຈີ້ ໄດ້ສົມທົບກັບກະຊວງການຕ່າງປະເທດ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, 

ທ່ານ Salvador Valdés Mesa, ກຳມະການກົມການເມືອງ, ຮອງປະທານທີຫນຶ່ງສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ ກ່າວຄຳເຫັນທີ່ພິທີ

ສະມາຄົມມິດຕະພາບຫວຽດນາມ -ກູບາ ແລະ ສະຖານທູດ ກູບາ ປະຈຳ ຫວຽດນາມ ຈັດຕັ້ງພິທີສະເຫລີມສະຫລອງ 45 ປີແຫ່ງວັນ ຜູ້ນຳ Fidel Castro ຢ້ຽມຢາມເຂດປົດປ່ອຍພາກໃຕ້ ຫວຽດນາມ ຂຶ້ນກັບແຂວງ ກວ໋າງຈີ້ ( 9/1973-9/2018).

ກ່າວຄຳເຫັນນະພິທີ, ທ່ານ ເຈີນກວັກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ເນັ້ນຫນັກວ່າ: ການຢ້ຽມຢາມຄັ້ງປະຫວັດສາດ ແມ່ນໂອກາດເພື່ອອາໄລຫາຜູ້ນຳ Fidel Castro, ເຊີດຊູບັນດາການປະກອບສ່ວນອັນໃຫຍ່ຫລວງຂອງເພີ່ນສຳລັບການພົວພັນລະຫວ່າງຫວຽດນາມ ແລະ ກູບາ. ທ່ານ ເຈີນກວັກເວື້ອງ ເນັ້ນຫນັກວ່າ:

“ເມື່ອຫວນຄືນຫລັງໄລຍະ 45 ປີ ແຫ່ງການຢ້ຽມຢາມຄັ້ງປະຫວັດສາດ, ແມ່ນສັນຍາລັກຂອງຂະບວນການສາມັກຄີສາກົນ ແລະ ສະຫນັບສະຫນູນຫວຽດນາມ ແລະກໍ່ແມ່ນໂອກາດເພື່ອໃຫ້ພວກເຮົາສະແດງຄວາມຮູ້ບຸນຄຸນສຳລັບຜູ້ນຳ Fidel Castro , ສຳລັບ ກູບາ ກໍ່ຄືເພື່ອນມິດສາກົນ, ບັນດາກຳລັງກ້າວຫນ້າ, ຮັກຫອມສັນຕິພາບ, ເສລີພາບ, ແລະ ຍຸຕິທຳໃນໂລກ ຍາມໃດກໍ່ສາມັກຄີ ແລະ ສະຫນັບສະຫນູນຫວຽດນາມໃນການຕໍ່ສູ້ປົດປ່ອຍຊາດ. ການສະຫນັບສະຫນູນ, ແບ່ງປັນຂອງກູບາ ກໍ່ຄືເພື່ອນມິດສາກົນ ຍາມໃດກໍ່ແມ່ນກຳລັງຫນູນສຳຄັນສຳລັບແຕ່ລະໄຊຊະນະຂອງການປະຕິວັດຫວຽດນາມ ໃນໄລຍະສົງຄາມກໍ່ຄືໃນໄລຍະສັນຕິພາບ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈະຈົດຈ່ຳ ແລະ ເຄົາລົບນັບຖືການກະທຳທີ່ມີຄວາມໝາຍອັນສູງສົ່ງນັ້ນຕະຫລອດການ.”

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top