• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີປະກາດນະຄອນ ເບ໊ນແຈ ເປັນຕົວເມືອງປະເພດ 2

ຕອນຄ່ຳວັນທີ 26 ເມສາ, ທີ່ແຂວງ ເບ໊ນແຈ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 44 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ; 133 ປີແຫ່ງວັນກຳມະກອນສາກົນ ແລະ ປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວຍການຮັບຮອງເອົານະຄອນ ເບ໊ນແຈ ເປັນຕົວເມືອງປະເພດ 2 ຂຶ້ນກັບແຂວງ ເບ໊ນແຈ.    

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີປະກາດນະຄອນ ເບ໊ນແຈ ເປັນຕົວເມືອງປະເພດ 2

ເຂົ້າຮ່ວມພິທີດັ່ງກ່າວມີທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ບັນດາການນຳຂັ້ນສູງພັກ, ລັດ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ຊີ້ແຈ້ງວ່າ:

        ກ່ອນອື່ນໝົດ, ຕ້ອງກວດກາຄືນໃໝ່ຢ່າງຮີບດ່ວນ, ອັບເດັດ, ເພີ່ມເຕີມ, ປັບປຸງ ຫຼື ສ້າງໃໝ່ບັນດາແຜນຜັງໃຫ້ທັນການ, ພິເສດແມ່ນແຜນຜັງການກໍ່ສ້າງ, ແຜນຜັງພັດທະນາຕົວເມືອງ, ແຜນຜັງການຜະລິດ, ແຜນຜັງບັນດາຂະແໜງເສດຖະກິດສຳຄັນທີ່ຕິດພັນກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕາມເນື້ອໃນຈິດໃຈມະຕິເລກທີ 120 ຂອງລັດຖະບານວ່າດ້ວຍການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດແບບຍືນຍົງ. ທາງແຂວງຄວນສຸມໃສ່ເປັນເຈົ້າການຈັດສັນເນື້ອທີດິນ ເພື່ອພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນພັດທະນາພື້ນຖານໂຄງລ່າງ, ບັນດາໂຄງການກະສິກຳ, ອຸດສາຫະກຳ - ການບໍລິການ ແລະ ຕົວເມືອງ.

(ແຫຼ່ງຄັດຈາກ VOV)


ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top