• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິຈາລະນາຕໍ່ການແກ່ຍາວເວລາປະຕິບັດທົດລອງການອອກວິຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເຂົ້າເມືອງຫວຽດນາມ

ຕອນເຊົ້າວັນທີ 5 ພະຈິກ, ສະພາແຫ່ງຊາດຫວຽດນາມໄດ້ປຶກສາຫາລືກ່ຽວກັບບົດລາຍງານສະຫຼຸບການປະຕິບັດທົດລອງການອອກວິຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເຂົ້າເມືອງຫວຽດນາມ ແລະ ມະຕິຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດທົດລອງການອອກວິຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເຂົ້າເມືອງຫວຽດນາມ.

 

ວັນທີ 25 ມັງກອນ 2017, ລັດຖະບານໄດ້ປະກາດໃຊ້ດໍາລັດວ່າດ້ວຍການກໍານົດລໍາດັບ, ລະບຽບການປະຕິບັດທົດລອງການອອກວິຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເຂົ້າເມືອງຫວຽດນາມ. ມາຮອດປັດຈຸບັນ, ຫວຽດນາມໄດ້ອອກວິຊາເອເລກໂຕນິກ ຈໍານວນເກືອບ 337.000 ວິຊາ ໃຫ້ແກ່ພົນລະເມືອງ ມາຈາກ 46 ປະເທດ ທີ່ເຂົ້າເມືອງຫວຽດນາມ ຜ່ານ 28 ດ່ານສາກົນ ເຊິ່ງລວມທັງທ່າອາກາດສະຍານ, ດ່ານຊາຍແດນທາງບົກ ແລະ ທາງທະເລ. ທ່ານ ໂຕເລິມ ລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ ຢັ້ງຢືນວ່າ: ວິວັດແຫ່ງການຜັນຂະຫຍາຍການອອກວິຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເຂົ້າເມືອງຫວຽດນາມ ຮັບປະກັນໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ ຕິດພັນກັບໜ້າທີ່ຮັບປະກັນຄວາມສະຫງົບ, ປອດໄພ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານຂອງປະເທດໃນປັດຈຸບັນ. ທ່ານສະເໜີວ່າ:

        “ລັດຖະບານກໍານົດຕ້ອງສືບຕໍ່ປະຕິບັດການທົດລອງດັ່ງກ່າວ ເພື່ອແນໃສ່ສະຫຼຸບ, ຕີລາຄາຢ່າງຮອບດ້ານກວ່າອີກ ກ່ຽວກັບຜົນກະທົບຂອງນະໂຍບາຍດັ່ງກ່າວຕໍ່ກັບບັນດາຂົງເຂດຂອງເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ. ເພື່ອຮັບປະກັນການເຄື່ອນໄຫວອອກວິຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເຂົ້າເມືອງ ຫວຽດນາມ ບໍ່ຖືກຢຸດສະງັກ, ບໍ່ສົ່ງຜົນສະທ້ອນເຖິງການພົວພັນຕ່າງປະເທດ, ລັດຖະບານສະເໜີຕໍ່ສະພາແຫ່ງຊາດ: ພິຈາລະນາ, ອະນຸຍາດໃຫ້ແກ່ຍາວເວລາປະຕິບັດທົດລອງການອອກວິຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເຂົ້າເມືອງຫວຽດນາມ ຕື່ມອີກ 02 ປີ, ນັບແຕ່ວັນທີ 01 ກຸມພາ 2019 ເປັນຕົ້ນໄປ”.

        ກ່ອນໜ້ານັ້ນ, ເມື່ອປຶກສາຫາລືກ່ຽວກັບການໃຫ້ສັດຕະຍາບັນ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ກໍຄືເອກະສານສະບັບອື່ນ ທີ່ກ່ຽວຂ້ອງ, ບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ເຫັນດີຕໍ່ການໃຫ້ສັດຕະຍາບັນສັນຍາສະບັບດັ່ງກ່າວ.  ທ່ານ ຫງວຽນຕ໊ຽນລົກ, ສະມາຊິກສະພາແຫ່ງຊາດແຂວງຖ໊າຍບິນ ຖືວ່າ:

        “ພ້ອມກັບການໃຫ້ສັດຕະຍາບັນສັນຍາ CPTPP, ຂ້າພະເຈົ້າສະເໜີຕໍ່ລັດຖະບານ ຈົ່ງສ້າງໂຄງການເຄື່ອນໄຫວຮັບປະກັນການປະຕິບັດສັນຍາສະບັບດັ່ງກ່າວໃຫ້ມີປະສິດທິຜົນ. ໂຄງການດັ່ງກ່າວຕ້ອງຮັບປະກັນສາມຄາດໝາຍດັ່ງນີ້: ທີໜຶ່ງແມ່ນ ຕ້ອງບັນລຸຄົບຖ້ວນບັນດາໜ້າທີ່ສ້າງນະໂຍບາຍ, ກົດໝາຍທີ່ຈໍາເປັນ, ບໍ່ພຽງແຕ່ປະຕິບັດຄໍາໝັ້ນສັນຍາທີ່ລະບຸໃນສັນຍາດັ່ງກ່າວເທົ່ານັ້ນ ຫາກຍັງຕ້ອງຮັບມືກັບບັນດາສິ່ງທ້າທາຍ, ໝູນໃຊ້ບັນດາກາລະໂອກາດທີ່ດີເປີດອອກ. ທີສອງແມ່ນ ຄາດຄະເນໄດ້ບັນດາວິທີການລະອຽດ, ພວກເຮົາບໍ່ພຽງແຕ່ປະຕິບັດສັນຍາສະບັບດັ່ງກ່າວຢ່າງເຂັ້ມງວດເທົ່ານັ້ນ ຫາກຍັງຕ້ອງປະຕິບັດຢ່າງສະຫຼາດຫຼັກແຫຼມ, ເປັນເຈົ້າການ ແລະຊົມໃຊ້ຜົນປະໂຫຍດທີ່ສັນຍາສະບັບດັ່ງກ່າວນໍາມາໃຫ້ເພື່ອຜົນປະໂຫຍດຂອງວິສາຫະກິດ ແລະ ປະເທດຊາດ. ທີສາມແມ່ນ ໂຄງການປະຕິບັດການເຄື່ອນໄຫວຕ້ອງເນັ້ນໜັກເຖິງການຈັດຕັ້ງປະຕິບັດ ແລະໜູນຊ່ວຍບັນດາເປົ້າໝາຍທີ່ຮັບຜົນກະທົບ, ພິເສດແມ່ນບັນດາວິສາຫະກິດຂະໜາດນ້ອຍສຸດ, ຂະໜາດນ້ອຍ ແລະ ຂະໜາດກາງ ກໍຄືບັນດາເປົ້າໝາຍໃນຂົງເຂດກະສິກໍາ, ຊົນລະບົດ”.

        ໃນວັນດຽວກັນ, ສະພາແຫ່ງຊາດກໍຈະປຶກສາຫາລືກ່ຽວກັບບາງເນື້ອໃນ ທີ່ມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຕໍາຫຼວດທະເລຫວຽດນາມອີກດ້ວຍ.

(ແຫຼ່ງຄັດຈາກ VOV)


10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top