
ກອງປະຊຸມມາດຕະການແກ້ໄຂການພັດທະນາແບບຍືນຍົງຂະແໜງ
ຜະລິດເຂົ້າສານເປັນສິນຄ້າເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ
(ພາບ: VGP)
ຕອນເຊົ້າວັນທີ 15/03, ທີ່ນະຄອນ ລອງຊວຽນ ແຂວງ ອານຢາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມມາດຕະການແກ້ໄຂການພັດທະນາແບບຍືນຍົງຂະແໜງຜະລິດເຂົ້າສານເປັນສິນຄ້າເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ກອງປະຊຸມ ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ແຂວງ ອານຢາງ ສົມທົບກັນຈັດຕັ້ງ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂ ຍົກສູງປະສິດທິຜົນແຫ່ງການຜະລິດ ແລະ ພັດທະນາແບບຍືນຍົງຂອງຂະແໜງຜະລິດເຂົ້າສານເປັນ.ຜະລິດເຂົ້າສານເປັນສິນຄ້າເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ
(ພາບ: VGP)
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ບັນດານັກວິທະຍາສາດ, ນັກຄຸ້ມຄອງ, ບັນດາວິສາຫະກິດປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອສ້າງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ ພັດທະນາແບບຍືນຍົງຂະແໜງຜະລິດເຂົ້າສານເປັນສິນຄ້າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ
“ພວກເຮົາສ້າງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ ພັດທະນາແບບຍືນຍົງ. ກະສິກຳ ຫວຽດນາມ ຮັບປະກັນສຸຂະອະນາໄມດ້ານສະບຽງອາຫານ. ປ່ຽນໃໝ່ຈິນຕະນາການປະລິມານການຜະລິດຂອງປີໜ້າສູງກ່ວາປີກ່ອນ ແຕ່ມູນຄ່າ, ປະສິດທິຜົນຕ່ຳ, ບໍ່ມີເຄື່ອງໝາຍການຄ້າ. ຈິດໃຈແມ່ນບັນຫາເຄື່ອງໝາຍການຄ້າ, ຄຸນມະພາບ. ສຸຂະອະນາໄມດ້ານສະບຽງອາຫານ”.
ທ່ານນາຍົກລັດຖະມົນຕີຊົມເຊີຍກະຊວງອຸດສາຫະກຳ-ການຄ້າ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດປະລະແຜນກຳນົດບັນດາວິສາຫະກິດເອກະຊົນເຂົ້າຮ່ວມການສົ່ງອອກເຂົ້າສານ. ຄຽງຂ້າງນັ້ນ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ເຈາະຈີ້ມສ້າງແຫຼ່ງທຶນໄລຍະກາງ, ໄລຍະຍາວ ດ້ວຍອັດຕາດອກເບ້ຍບຸລິມະສິດໃຫ້ນັກຜະລິດ, ປຸງແຕ່ງເຂົ້າສານເພື່ອສົ່ງອອກ.
(ແຫຼ່ງຄັດຈາກ VOV)