• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ລະຫວ່າງ ຫວຽດນາມ - ກໍາປູເຈຍ

      -     ໂດຍໄດ້ຮັບຄໍາເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກໍາປູເຈຍ Samdech Techo Hun Sen ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ລາຊະອານາຈັກ ກໍາປູເຈຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່່າງວັນທີ 4 – 5 ຕຸລາ 2019.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກໍາປູເຈຍ
Samdech Techo Hun Sen (ພາບ:VGP)
      ນີ້ແມ່ນການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງທີ 2 ຂອງທ່ານນາຍົກລັດຖະມົນຕີ Hun Sen ໃນຮອບເວລາ 01 ປີ, ພາຍຫຼັງ ກໍາປູເຈຍ ສ້າງຕັ້ງລັດຖະບານຊຸດທີ 6 ເມື່ອເດືອນກັນຍາ 2018.
        ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Samdech Techo Hun Sen ຄັ້ງນີ້ ຖືກດໍາເນີນໄປໃນສະພາບ ທີ່ການພົວພັນລະຫວ່່າງ ຫວຽດນາມ - ກໍາປູເຈຍ ສືບຕໍ່ມີບັນດາບາດກ້າວພັດທະນາຢ່າງດີງາມນັ້ນ ໄດ້ຢ້ັງຢືນໃຫ້ເຫັນນະໂຍບາຍການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫັນບັນດາການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ໃນນັ້ນສະຫງວນບຸລິມະສິດສູງໃນການຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ກັບ ກໍາປູເຈຍ. ການຢ້ຽມຢາມ ກໍເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການຮ່ວມມືຢູ່ເຂດຊາຍແດນ, ການ ຄົມມະນາຄົມຂົນສົ່ງ ລະຫວ່າງສອງຝ່າຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top