• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາຂະແໜງການເດີນທະເລຫວຽດນາມແບບຍືນຍົງ

(ພາບປະກອບ)
      ພັດທະນາ ຂະແໜງການເດີນທະເລ ຫວຽດນາມແບບຍືນຍົງ ນີ້ແມ່ນຫົວຂໍ້ ການປະຊຸມສຳມະນາ ໂດຍສະຖານທູດລາຊະອານາຈັກໂຮນລັງ ປະຈຳ ຫວຽດນາມ ພ້ອມດ້ວຍສະມາຄົມວິສາຫະກິດໂຮນລັງ ປະຈຳ ຫວຽດນາມ, ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ໂຮນລັງ ນະຄອນຮ໋າຍຟ່ອງ ຮ່ວມກັນຈັດຕັ້ງ, ຢູ່ນະຄອນຮ໋າຍຟ່ອງ, ໃນຕອນບ່າຍ ວັນທີ 23/8. ເຫດການນີ ້ແນໃສ່ໃນຂອບເຂດບັ້ນເຄື່ອນໄຫວທີ່ມີຊື່ວ່າ ມື້ອື່ນຂຽວ “Tomorrow is Green” ໂດຍສະຖານທູດ ແລະ ກົງສູນໃຫຍ່ລາຊະອານາຈັກໂຮນລັງ ປະຈຳ ຫວຽດນາມ ລິເລີ່ມ. ໂຄງການໄດ້ຮຽກຮ້ອງ ຫວຽດນາມ-ໂຮນລັງ ຮ່ວມແຮງຮ່ວມໃຈກັນສ້າງອະນາຄົດໃຫ້ຍືນຍົງ ແລະ ວັດທະນາຖາວອນ. ເນື້ອໃນຂອງກອງປະຊຸມສຳມະນາ ສຸມໃສ່ແບ່ງປັນບັນດາມາດຕະການແທດຈິງ ໃນການເຄື່ອນໄຫວປະຈຳວັນ ຂອງວິສາຫະກິດໂຮນລັງ ແລະ ຫວຽດນາມ ປະຈຳ ຮ໋າຍຟ່ອງ. ຜ່ານກອງປະຊຸມ, ຜູ້ຕາງໜ້າບັນດາວິສາຫະກິດ, ບັນດາສະຫະສະມາຄົມ, ອຳນາດການປົກຄອງນະຄອນ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ແລກປ່ຽນບັນດາຂໍ້ຫຍຸ້ງຍາກ ສິ່ງທ້າທາຍ ໃນວິວັດແຫ່ງການພັດທະນາຂະແໜງເດີນທະເລ.
 (ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ທ່ານ ເຢືອງດຶກຕ໋ວນ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫາກໍ່ລົງນາມປະກາດໃຊ້ ແຜນການສະບັບເລກທີ 336/KH-UBND ລົງວັນທີ 12 ທັນວາ 2025 ກ່ຽວກັບການແກ້ໄຂຈຸດຕິດຂັດດ້ານຄວາມປອດໄພດ້ານສະບຽງອາຫານ ໃນພື້ນທີ່ເຂດນະຄອນ ຮ່າໂນ້ຍ.

Top