ຂ່າວສານ ພັດທະນາຂະແໜງການເດີນທະເລຫວຽດນາມແບບຍືນຍົງ 25/08/2016 (ພາບປະກອບ) ພັດທະນາ ຂະແໜງການເດີນທະເລ ຫວຽດນາມແບບຍືນຍົງ ນີ້ແມ່ນຫົວຂໍ້ ການປະຊຸມສຳມະນາ ໂດຍສະຖານທູດລາຊະອານາຈັກໂຮນລັງ ປະຈຳ ຫວຽດນາມ ພ້ອມດ້ວຍສະມາຄົມວິສາຫະກິດໂຮນລັງ ປະຈຳ ຫວຽດນາມ, ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ໂຮນລັງ ນະຄອນຮ໋າຍຟ່ອງ ຮ່ວມກັນຈັດຕັ້ງ, ຢູ່ນະຄອນຮ໋າຍຟ່ອງ, ໃນຕອນບ່າຍ ວັນທີ 23/8. ເຫດການນີ ້ແນໃສ່ໃນຂອບເຂດບັ້ນເຄື່ອນໄຫວທີ່ມີຊື່ວ່າ ມື້ອື່ນຂຽວ “Tomorrow is Green” ໂດຍສະຖານທູດ ແລະ ກົງສູນໃຫຍ່ລາຊະອານາຈັກໂຮນລັງ ປະຈຳ ຫວຽດນາມ ລິເລີ່ມ. ໂຄງການໄດ້ຮຽກຮ້ອງ ຫວຽດນາມ-ໂຮນລັງ ຮ່ວມແຮງຮ່ວມໃຈກັນສ້າງອະນາຄົດໃຫ້ຍືນຍົງ ແລະ ວັດທະນາຖາວອນ. ເນື້ອໃນຂອງກອງປະຊຸມສຳມະນາ ສຸມໃສ່ແບ່ງປັນບັນດາມາດຕະການແທດຈິງ ໃນການເຄື່ອນໄຫວປະຈຳວັນ ຂອງວິສາຫະກິດໂຮນລັງ ແລະ ຫວຽດນາມ ປະຈຳ ຮ໋າຍຟ່ອງ. ຜ່ານກອງປະຊຸມ, ຜູ້ຕາງໜ້າບັນດາວິສາຫະກິດ, ບັນດາສະຫະສະມາຄົມ, ອຳນາດການປົກຄອງນະຄອນ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ແລກປ່ຽນບັນດາຂໍ້ຫຍຸ້ງຍາກ ສິ່ງທ້າທາຍ ໃນວິວັດແຫ່ງການພັດທະນາຂະແໜງເດີນທະເລ. (ແຫຼ່ງຄັດຈາກ VOV)

(ພາບປະກອບ) ພັດທະນາ ຂະແໜງການເດີນທະເລ ຫວຽດນາມແບບຍືນຍົງ ນີ້ແມ່ນຫົວຂໍ້ ການປະຊຸມສຳມະນາ ໂດຍສະຖານທູດລາຊະອານາຈັກໂຮນລັງ ປະຈຳ ຫວຽດນາມ ພ້ອມດ້ວຍສະມາຄົມວິສາຫະກິດໂຮນລັງ ປະຈຳ ຫວຽດນາມ, ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ໂຮນລັງ ນະຄອນຮ໋າຍຟ່ອງ ຮ່ວມກັນຈັດຕັ້ງ, ຢູ່ນະຄອນຮ໋າຍຟ່ອງ, ໃນຕອນບ່າຍ ວັນທີ 23/8. ເຫດການນີ ້ແນໃສ່ໃນຂອບເຂດບັ້ນເຄື່ອນໄຫວທີ່ມີຊື່ວ່າ ມື້ອື່ນຂຽວ “Tomorrow is Green” ໂດຍສະຖານທູດ ແລະ ກົງສູນໃຫຍ່ລາຊະອານາຈັກໂຮນລັງ ປະຈຳ ຫວຽດນາມ ລິເລີ່ມ. ໂຄງການໄດ້ຮຽກຮ້ອງ ຫວຽດນາມ-ໂຮນລັງ ຮ່ວມແຮງຮ່ວມໃຈກັນສ້າງອະນາຄົດໃຫ້ຍືນຍົງ ແລະ ວັດທະນາຖາວອນ. ເນື້ອໃນຂອງກອງປະຊຸມສຳມະນາ ສຸມໃສ່ແບ່ງປັນບັນດາມາດຕະການແທດຈິງ ໃນການເຄື່ອນໄຫວປະຈຳວັນ ຂອງວິສາຫະກິດໂຮນລັງ ແລະ ຫວຽດນາມ ປະຈຳ ຮ໋າຍຟ່ອງ. ຜ່ານກອງປະຊຸມ, ຜູ້ຕາງໜ້າບັນດາວິສາຫະກິດ, ບັນດາສະຫະສະມາຄົມ, ອຳນາດການປົກຄອງນະຄອນ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ແລກປ່ຽນບັນດາຂໍ້ຫຍຸ້ງຍາກ ສິ່ງທ້າທາຍ ໃນວິວັດແຫ່ງການພັດທະນາຂະແໜງເດີນທະເລ. (ແຫຼ່ງຄັດຈາກ VOV)