• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ ແລະ ລັດສືບຕໍ່ສະຫງວນຄວາມເອົາໃຈໃສ່ແລະແຫຼ່ງກຳລັງໜູນຊ່ວຍໃຫ້ແກ່ຜູ້ອາຍຸສູງ

ນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຜູ້ອາຍຸສູງຫວຽດນາມ (06 ມິຖຸນາ 1941 – 06 ມິຖຸນາ 2021), ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ. (ພາບ: TTXVN)

ໃນຈົດໝາຍ, ທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍສະມາຄົມຜູ້ອາຍຸສູງຫວຽດນາມ ຜ່ານ 80 ປີແຫ່ງວັນສ້າງຕັ້ງທີ່ໄດ້ປະຕິບັດສຳເລັດໜ້າທີ່ຂອງຕົນ ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ມີຂະບວນການແຂ່ງຂັນຢ່າງມີປະສິດທິຜົນ, ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງເຊິ່ງພັກ, ລັດ ໄດ້ມອບໝາຍໃຫ້.

        ກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ຜູ້ອາຍຸສູງຫວຽດນາມ ລຸ້ນຕ່າງໆ ສືບຕໍ່ສະແດງໃຫ້ເຫັນວ່າແມ່ນລຸ້ນດີເດັ່ນສຳລັບຄຸນນະທາດອັນສູງສົ່ງ, ດີງາມຂອງຊາດ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານປະທານປະເທດປາດຖະໜາວ່າ ຜູ້ອາຍຸສູງຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ປະຕິບັດຂະບວນການແຂ່ງຂັນຮັກຊາດໃຫ້ເປັນຢ່າງດີ, ປະກອບພູມປັນຍາ, ບົດຮຽນຂອງຕົນຢ່າງສຸດຈິດສຸດໃຈສ້າງສາປະເທດຊາດ ດ້ວຍເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ມີຄວາມຍຸຕິທຳ, ສີວິໄລ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top