• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພະແນກໂຄສະນາອົບຮົມຄະນະພັກເຂດ 5 ໄດ້ຮັບນາມມະຍົດ ວິລະຊົນກໍາລັງປະກອບອາວຸດປະຊາຊົນ

ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ນະຄອນຕາມກີ,ແຂວງກວາງນາມ, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ຈັດຕັ້ງພິທີມອບນາມມະຍົດ ວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ແກ່ພະແນກໂຄສະນາອົບຮົມຄະນະພັກເຂດ 5. ທ່ານນາຍົກລັດຖະມົນຕີຫງວຽດນາມ ຫງວຽນຊວນຟຸກ ກໍໄດ້ເຂົ້າຮ່ວມ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບທຸງ ແລະ ໃບຢັ້ງຢືນນາມມະຍົດ ວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ພະແນກໂຄສະນາອົບຮົມຄະນະພັກເຂດ 5

(ພາບ:VGP)

ກ່າວຄໍາເຫັນທີ່ພິທີີ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ເນັ້ນໜັກວ່າ:

        “ການເຕີບໃຫຍ່ເຂັ້ມແຂງຂອງຖັນແຖວພະນັກງານໂຄສະນາສຶກສາໃນມື້ນີ້ ແມ່ນພາຍໃຕ້ການຊີ້ນໍານໍາພາ, ເບິ່ງແຍງຂອງພັກ, ລັດ, ຂອງປະທານໂຮ່ຈິີມິນ, ການສົມທົບຊ່ວຍເຫຼືອຂອງບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ຕະຫຼອດຮອດທ້ອງຖິ່ນ ແລະຄວາມອຸ້ມຊູຊ່ວຍເຫຼືອຂອງປະຊາຊົນໃນທົ່ວປະເທດ. ພວກຂ້າພະເຈົ້າຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ເພື່ອໃຫ້ສົມກັບພາລະກິດອັນສະຫງ່າລາສີ, ມານະພະຍາຍາມປະຕິບັດສໍາເລັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ, ປະກອບສ່ວນເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ ຊຸດທີ 12 ຂອງພັກ ຢ່າງມີໄຊ, ສົມກັບຄວາມໄວ້ວາງໃຈຂອງພັກ, ລັດ ແລະ ປະຊາຊົນ”.

         ທີ່ພິທີ, ຕາງໜ້າໃຫ້ການນໍາພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບທຸງ ແລະ ໃບຢັ້ງຢືນນາມມະຍົດ ວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ພະແນກໂຄສະນາອົບຮົມຄະນະພັກເຂດ 5. 

(ແຫຼ່ງຄັດຈາກ VOV)

 

 

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top