• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜົນງານທາງດ້ານການຕ່າງປະເທດ: ທີ່ຕັ້ງໃໝ່, ບັນຍາກາດໃໝ່

      ເນື່ອງໃນໂອກາດປີໃໝ່ 2018, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ໄດ້ມີບົດຂຽນທີ່ພາດຫົວຂໍ້ວ່າ “ ຜົນງານທາງດ້ານການຕ່າງປະເທດ: ທີ່ຕັ້ງໃໝ່, ບັນຍາກາດໃໝ່ ”.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ
      ບົດຂຽນໄດ້ຢືນຢັນວຽກງານການຕ່າງປະເທດໃນປີ 2017 ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າທັງໃນຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ ເພື່ອຮັບໃຊ້ບັນດາເປົ້າໝາຍຍຸດທະສາດໃຫຍ່ຊຶ່ງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກໄດ້ວາງອອກ. ຜົນມີຢູ່ວ່າ : ປີ 2017 ໄດ້ຮັບການຕີລາຄາວ່າ ແມ່ນປີທີ່ປະສົບຜົນສຳເລັດທີ່ສຸດໃນຂົງເຂດການຕ່າງປະເທດຂອງຫວຽດນາມຊຶ່ງພົ້ນເດັ່ນຂຶ້ນແມ່ນເລື່ອງຫວຽດນາມເປັນເຈົ້າພາບຈັດຕັ້ງປີ APEC 2017 ຊຶ່ງຍອດສູງແມ່ນສັບປະດາຂັ້ນສູງ APEC 2017 ຢູ່ດານັ້ງ.
    ບົດຂຽນຍັງໃຫ້ຮູ້ວ່າ : ໃນປີ 2017 ບັນດາການນຳຫວຽດນາມໄດ້ດຳເນີນການຢ້ຽມຢາມຢູ່ 19 ປະເທດ, ເຂົ້າຮ່ວມກອງປະຊຸມສາກົນຫຼາຍຝ່າຍ 8 ຄັ້ງ, ພ້ອມທັງໄດ້ຕ້ອນຮັບປະມຸກລັດ, ນາຍົກລັດຖະມົນຕີປະເທດຕ່າງໆລວມ 36 ເທື່ອຄົນມາເຄື່ອນໄຫວຢ້ຽມຢາມຫວຽດນາມ. 
 (ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ໃນ 6 ເດືອນ​ຕົ້ນ​ປີ, GDP (ຍອດ​ຜະ​ລິ​ດ​ຕະ​ພັນ​ພາຍ​ໃນ​ປະ​ເທດ) ທົ່ວ​ປະ​ເທດ​ບັນ​ລຸ​ລະ​ດັບເຕີບ​ໂຕ 8,18%. ເພື່ອ​ປະ​ຕິ​ບັດ​ສຳ​ເລັດເປົ້າ​ໝາຍ​ທັງ​ປີ, 6 ເດືອນ​ທ້າຍ​ປີ​ຕ້ອງ​​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ປະ​ມານ 11,9%.

Top