• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນຂະຫຍາຍປະສິດທິຜົນບັນດາມາດຕະການເພື່ອບັນລຸຄາດໝາຍເຕີບໂຕ 6,7% ປີ 2017

      ຕອນເຊົ້າວັນທີ 4/5, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານວາລະປະຊຸມສະໄໝສາມັນປະຈຳເດືອນ 4. 
ກອງປະຊຸມສະໄໝສາມັນຂອງລັດຖະບານ 
      ກ່າວຄຳເຫັນໄຂວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍປະສິດທິຜົນຂອງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດາທ້ອງຖິ່ນ ແລະ ວິສາຫະກິດໃນໄລຍະຜ່ານມາ. ກອງປະຊຸມສົ່ງເສີມການລົງທຶນຢູ່ບັນດາແຂວງ, ນະຄອນທີ່ໄດ້ດຶງດູດນັກລົງທຶນພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ, ວຽກງານສົ່ງເສີມການລົງທຶນແທດຈິງ ແລະ ກ້າວເຂົ້າສູ່ລວງເລິກ. ໄປຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຊີ້ແຈ້ງຈຸດພົ້ນເດັ່ນຢ່າງຕັ້ງໜ້າໃນເດືອນ 4, ນັ້ນແມ່ນ: ເສດຖະກິດມະຫາພາກເປັນປົກກະຕິ, ດັດຊະນີລາຄາໃຊ້ສອຍບໍ່ເພີ່ມຂຶ້ນ, ການເຕີບໂຕບັນດາຂະແໜງເສດຖະກິດສືບໄດ້ຮັບການຟື້ນຟູ, ສິນເຊື່ອເພີ່ມຂຶ້ນສູງສຸດໃນ 6 ເດືອນມໍ່ໆມານີ້, ການສົ່ງອອກສືບຕໍ່ເພີ່ມຂຶ້ນຢ່າງແຮງ; ທຶນ FDI ຈົດທະບຽນໃໝ່, ການປະກອບຫຸ້ນສ່ວນ ແລະ ຈົດທະບຽນເພີ່ມເຕີມເພີ່ມຂຶ້ນສູງ, ບັນລຸ 10,6 ຕື້ USD, ການສ້າງຕັ້ງວິສາຫະກິດໃໝ່ບັນລຸໝາກຜົນຢ່າງຕັ້ງໜ້າດ້ວຍເກືອບ 40.000 ວິສາຫະກິດຈົດທະບຽບໃໝ່, ຍອດທຶນຈົດທະບຽນໃໝ່ ແລະ ເພີ່ມເຕີມແມ່ນ 825.000 ຕື້ດົ່ງ.
        ທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳບັນດາອົງການ, ຄະນະ, ຂະແໜງການຄວນມານະພະຍາຍາມກ່ວາອີກ ໃນການປະຕິບັດບັນດາມາດຕະການກ່ຽວກັບຝ່າຍສະໜອງ (ການເຕີບໂຕຂະແໜງ, ຂົງເຂດ) ແລະ ຝ່າຍຕ້ອງການ (ການໃຊ້ສອຍ, ການລົງທຶນ, ການສົ່ງອອກ) ເພື່ອບັນລຸຄາດໝາຍການເຕີບໂຕໃນປີ 2017 ແມ່ນ 6,7%.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top