23/08/2020 09:32 GMT+7 Email Print Like 0

ປົກປ້ອງສຸຂະພາບໃຫ້ແກ່ແພດໝໍຢູ່ແນວໜ້າປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19

      ໃນ 2 – 3 ມື້ທຳອິດ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຄ່ອຍໆເພີ່ມຂຶ້ນ, ບັນດາຖ້ຽວລົດນຳສົ່ງຄົນເຈັບຂອງສູນສຸກເສີນສຸຂະພາບ 115 ນະຄອນ ດ່ານັ້ງ ທຽວຂຶ້ນ-ທຽວລົງນັບມື້ນັບຫຼາຍຂຶ້ນ.


(ບັນດາຖ້ຽວລົດນຳສົ່ງຄົນເຈັບຂອງສູນສຸກເສີນສຸຂະພາບ 115 ນະຄອນ ດ່ານັ້ງ ທຽວຂຶ້ນ-ທຽວລົງນັບມື້ນັບຫຼາຍຂຶ້ນ)
      ໃນຊຸມມື້ຜ່ານມາ, ໃນສື່ສັງຄົມອອນລາຍໄດ້ແຜ່ຜາຍພາບຖ່າຍພາລະກອນສູນສຸກເສີນສຸຂະພາບ 115 ດ່ານັ້ງ ເຮັດວຽກເກີນຂອບເຂດສຸຂະພາບສະນັ້ນຈຶ່ງຂາດນ້ຳ, ເກີດອາການຊອັກ ຍ້ອນອຸນຫະພູມຂຶ້ນສູງ ແລະ ສະຫຼົບໄດ້ຮັບການເບິ່ງແຍງໃສ່ອົກຊີຊ່ວຍຫາຍໃຈຈາກເພື່ອນຮ່ວມງານ; ພາລະກອນການແພດຕາແສງ ຮ່ວາມິງ, ເມືອງ ລຽນຈຽວ… ບັນດາພາບຖ່າຍດັ່ງກ່າວໄດ້ສ້າງຄວາມສະເທືອນໃຈຕໍ່ປະຊາຊົນ. ໂດຍໄດ້ກຳນົດວ່າບັນຫາປົກປ້ອງສຸຂະພາບໃຫ້ບັນດາແພດໝໍຢູ່ແນວໜ້າປ້ອງກັນ, ສະກັດກັ້ນໂລກລະບາດໃນເງື່ອນໄຂໂລກລະບາດໂຄວິດ-19 ຍັງມີການຜັນແປທີ່ສັບສົນນັ້ນ, ແມ່ນສິ່ງທີ່ບັນດາໂຮງໝໍຢູ່ນະຄອນ ດ່ານັ້ງ ພວມເອົາໃຈໃສ່ທີ່ສຸດ.
        ໃນ 2 – 3 ມື້ທຳອິດ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຄ່ອຍໆເພີ່ມຂຶ້ນ, ບັນດາຖ້ຽວລົດນຳສົ່ງຄົນເຈັບຂອງສູນສຸກເສີນສຸຂະພາບ 115 ນະຄອນ ດ່ານັ້ງ ທຽວຂຶ້ນ-ທຽວລົງນັບມື້ນັບຫຼາຍຂຶ້ນ. ບັນດາແພດໝໍ, ພາລະກອນຂອງສູນໄດ້ໄປທົ່ວທຸກແຫ່ງຫົນໃນນະຄອນເພື່ອນຳສົ່ງຜູ້ຕິດເຊື້ອພະຍາດໂຄວິດ-19 ໄປຍັງບັນດາຮາກຖານປິ່ນປົວລວມສູນ ຫຼື ຄົນເຈັບຍ້າຍໂຮງໝໍ.
        ຖັນແຖວພະລະກອນສູນສຸກເສີນແມ່ນບໍ່ສາມາດປ່ຽນແທນໄດ້, ບໍ່ສາມາດເພີ່ມຈຳນວນຕື່ມອີກໄດ້. ໃນເຄິ່ງເດືອນຜ່ານມາ, ມີພະນັກງານ, ພາລະກອນ 85 ຄົນ ພ້ອມກັບລົດພະຍາບານ 14 ຄັນຂອງສູນໄດ້ເຄື່ອນໄຫວຈົນສຸດຄວາມສາມາດ, ນຳສົ່ງຄົນເຈັບໜັກຈາກໂຮງໝໍດ່ານັ້ງ ໄປ ເຫ້ວ ແລ້ວກັບຄືນມາບັນດາໂຮງໝໍແຫ່ງຕ່າງໆຢູ່ທົ່ວນະຄອນດ່ານັ້ງ. ຍ້ອນວຽກງານແມ່ນຕ້ອງຂົນສົ່ງຜູ້ຕິດເຊື້ອພະຍາດໂຄວິດ-19, ສະນັ້ນເກືອບຄືວ່າ ບັນດາພາລະກອນຕ້ອງນຸ່ງຊຸດກັນເຊື້ອພະຍາດເປັນເວລາ 24 ຊົ່ວໂມງ. ເມື່ອນຸ່ງຊຸດກັນເຊື້ອພະຍາດເປັນເວລາດົນ ທັງອິດເມື່ອຍ, ທັງຮ້ອນໄດ້ເຮັດໃຫ້ອຸນຫະພູມຮ່າງກາຍຂອງຜູ້ນຸ່ງຂຶ້ນສູງ, ຂາດນ້ຳ. ແຕ່ຖ້າຫາກອິດເມື່ອຍແລ້ວໃນທິມງານກໍ່ຈະປ່ຽນແທນ, ລົດພະຍາບານ 115 ດ່ານັ້ງ ໄດ້ເຄື່ອນໄຫວແຕ່ເຊົ້າຮອດຄ່ຳ. ທ່ານໝໍ ຟ້າມທິແອັງຮົ່ງ, ຮອງຫົວໜ້າສູນສຸກເສີນສຸຂະພາບ 115 ດ່ານັ້ງ, ໃຫ້ຮູ້ວ່າ ນັ້ບແຕ່ໃນຊຸມມື້ທຳອິດ, ສູນສຸກເສີນສຸຂະພາບໄດ້ກຳນົດວ່າ ພາລະກອນທັງໝົດທີ່ປະຈຳການຕ້ອງໄດ້ແຍກຫ່າງກັບຄອບຄົວ, ຍາດຕິພີ່ນ້ອງ.
        “ຫົວໜ່ວຍນີ້ມີຄວາມແຕກຕ່າງກັບຫົວໜ່ວຍອື່ນໆ. ຕົວຢ່າງຄື, ບັນດາຫົວໜ່ວຍຢູ່ໂຮງໝໍເຂົາເຈົ້າມີຄົນແບ່ງຟຽນກັນຮັບຜິດຊອບວຽກງານ, ແຕ່ວຽກງານຂອງສູນສຸກເສີນ 115 ຍາກທີ່ຈະເຮັດໄດ້ຄືແນວນັ້ນ. ສະນັ້ນພວກຂ້າພະເຈົ້າຕ້ອງກຸ້ມຕົນເອງ, ເຮັດແນວໃດເພື່ອຮັບປະກັນຄວາມປອດໄພໃຫ້ແກ່ອ້າຍນ້ອງ. ຂ້າພະເຈົ້າໄດ້ຈັດແບ່ງກັນຄືດັ່ງນີ້, 20 ຄົນເຮັດວຽກເປັນເວລາ 3 ວັນຈະໄດ້ພັກແລະ ປ່ຽນຄົນອື່ນມາເຮັດແທນເພື່ອຮັກສາກຳລັງ.”


(ກະກຽມອາຫານການກິນຢ່າງຄົບຖ້ວນ)
      ໃນຫຼາຍມື້ຜ່ານມາ, ໂຮງໝໍ 199 ຂຶ້ນກັບກະຊວງຕຳຫຼວດຫວຽດນາມ ໄດ້ຕ້ອນຮັບ, ປິ່ນປົວໃຫ້ຄົນເຈັບ 500 ຄົນທີ່ຍ້າຍຈາກໂຮງໝໍດ່ານັ້ງ ແລະ ໂຮງໝໍ C ດ່ານັ້ງ, ໃນນັ້ນມີຄົນເຈັບຕ້ອງຟອກໝາກໄຂ່ຫຼັງ 32 ຄົນ, ນັບສິບໆຄົນຈາກພະແນກພາຍໃນ-ໝາກໄຂ່ຫຼັງຂອງໂຮງໝໍດ່ານັ້ງ. ນີ້ແມ່ນບັນດາຄົນເຈັບທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດໂຄວິດ-19. ໃນຈຳນວນຄົນເຈັບເຫຼົ່ານັ້ນ, ມີ 8 ຄົນຕິດໄວຣັດ SARS- CoV-2. ຈາກການປິ່ນປົວໃຫ້ແກ່ຄົນເຈັບທຳມະດາ ແລະ ແຍກຕົວບັນດາຜູ້ຖືກສົງໄສຕິດເຊື້ອພະຍາດໂຄວິດ-19, ປະຈຸບັນ ໂຮງໝໍ 199 ຕ້ອງມານະພະຍາຍາມແບ່ງກຳລັງກັບບັນດາໂຮງໝໍໃຫຍ່ທີ່ພວມຖືກປິດລ້ອມ. ທ່ານໝໍ ຫງວຽນດັງ, ຮອງຫົວໜ້າໂຮງໝໍ 199 ໃຫ້ຮູ້ວ່າ.
        “ຈິດໃຈທີ່ໄດ້ກຳນົດວ່າ ການຕ້ານໂລກລະບາດຍັງແກ່ຍາວ, ສະນັ້ນໃນໄລຍະນີ້ຕ້ອງຮັບປະກັນສຸຂະພາບໃຫ້ແກ່ພະນັກງານ, ນັກຮົບ ແລະ ພາລະກອນການແພດຂອງຕົນໃຫ້ມີຄວາມອຸ່ນອ່ຽນໃຈຢ່າງແທ້ຈິ່ງ, ມີສຸຂະພາບແຂງແຮງ. ກ່ຽວກັບວຽກງານພະລາທິການ, ຕ້ອງກະກຽມອາຫານການກິນໃຫ້ແກ່ອ້າຍນ້ອງຢ່າງຄົບຖ້ວນ, ບ່ອນໃດເຂດເຂີນ, ນັບທັງມີຄວາມຫຍຸ້ງຍາກຕ້ອງລາຍງານເພື່ອສະໜອງອາຫານການກິນໃຫ້ອ້າຍນ້ອງຢ່າງພຽງພໍ. ທາງໂຮງໝໍຈະເຮັດຈົນສຸດຄວາມສາມາດຂອງຕົນ, ຈະປະຕິບັດຄືແນວນີ້ໄປຕະຫຼອດ ຫຼື ເພີ່ມຂຶ້ນກວ່າອີກ”
        ພວກເຮົາຍັງຈື່ໄດ້ວ່າ, ຊຸມມື້ທີ່ໂຄວິດ-19 ແຜ່ລະບາດຢູ່ດ່ານັ້ງ ນັ້ນ, ຜູ້ໃດກໍ່ມີຄວາມຕື້ນຕັນໃຈເມື່ອເຫັນວ່າ ພາຍຫຼັງທີ່ໄປກວດອາການສຸຂະພາບໃຫ່ແກ່ຄົນເຈັບແລ້ວ ທ່ານໝໍໄດ້ຢືນຢູ່ເຄິ່ງກາງຫ້ອງຄົນເຈັບຂັບຮ້ອງເພງເພື່ອເປັນການລະດົມກຳລັງໃຈໃຫ້ແກ່ບັນດາຄົນເຈັບຢູ່ໃນໂຮງໝໍ C ດ່ານັ້ງ. ເຂົາເຈົ້າຊ່ວຍລະດົມກຳລັງໃຈໃຫ້ແກ່ຄົນເຈັບ ກໍແມ່ນການຊ່ວຍລະດົມກຳລັງໃຈໃຫ້ແກ່ຕົນເອງອີກດ້ວຍ. ເພື່ອສ້າງຄວາມອຸ່ນອ່ຽນໃຈໃຫ້ແກ່ພະນັກງານ, ແພດໝໍ, ພາລະກອນເກືອບ 1.000 ຄົນທີ່ແຍກຕົວຢູ່ໂຮງໝໍ C ນັ້ນ, ທ່ານໝໍ ຫງວຽນຈ້ອງທ້ຽນ, ຫົວໜ້າໂຮງໝໍ C ດ່ານັ້ງ, ໄດ້ຂຽນຈົດໝາຍເອົາລົງເວັບໄຊພາຍໃນຂອງໂຮງໝໍ, ເພື່ອລະດົມກຳລັງໃຈໃຫ້ທຸກຄົນຈົ່ງພ້ອມກັນຮ່ວມແຮງຮ່ວມໃຈຜ່ານຜ່າຊຸມວັນທີ່ໂຮງໝໍຕ້ອງຖືກປິດລ້ອມ.
        “ບໍ່ວ່າຜູ້ໃດຖືກຕົກເຂົ້າສູ່ສະພາບນີ້ກໍ່ຕ້ອງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ. ສະນັ້ນ, ຂ້າພະເຈົ້າຄິດວ່າບັນດາວຽກງານໃຫຍ່, ນ້ອຍໃດກໍ່ຕາມ ພາຍຫຼັງຊີ້ນຳບໍລິຫານທຸກວຽກງານຂອງໂຮງໝໍແລ້ວ, ເວລາຫວ່າງຂ້າພະເຈົ້າກໍ່ມາເຮືອນຄົວ. ຢູ່ເຮືອນຄົວຂ້າພະເຈົ້າປອກໝາກໄມ້, ໄຈ້ຜັກຊອຍຜັກ ຫຼື ແຕ່ງກິນ, ນັ້ນແມ່ນບັນດາວຽກງານປົກກະຕິຜູ້ໃດກໍ່ໄດ້ເຮັດຄືກັນ. ແຕ່ຜ່ານນັ້ນມັນກໍ່ເປັນການສະແດງໃຫ້ເຫັນວ່າ ຕົນເອງໄດ້ໝູນໃຊ້ເວລາເຮັດວຽກງານໃດໄດ້ກໍ່ເຮັດອັນນັ້ນ. ເຮັດເພື່ອຄົນເຈັບ, ເພື່ອໂຮງໝໍ”.
        ບັນດາຄວາມມານະພະຍາຍາມທີ່ບໍ່ຮູ້ອິດຮູ້ເມື່ອຍຂອງບັນດາແພດໝໍຢູ່ແນວໜ້າທີ່ເສຍສະຫຼະຢ່າງມິດງຽບໄປພ້ອມກັບທົ່ວປະເທດປ້ອງກັນ, ສະກັດກັ້ນໂລກລະບາດ, ໄດ້ກາຍເປັນເແຜ່ນກຳບັງເພື່ອປົກປ້ອງສຸກຂະພາບໃຫ້ແກ່ປະຊາຊົນ.
(ແຫຼ່ງຄັດຈາກ VOV)