• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມສັບປະດາສະໜັບສະໜູນການຮ່ຳຮຽນຕະຫຼອດຊີວິດປີ 2021 ຢູ່ບາງທ້ອງຖິ່ນ

“ສັບປະດາສະໜັບສະໜູນການຮ່ຳຮຽນຕະຫຼອດຊີວິດປີ 2021” ດ້ວຍຫົວຂໍ້ “ຫັນເປັນດີຈີຕອນ ແລະ ກາລະໂອກາດຮ່ຳຮຽນຕະຫຼອດຊີວິດໃຫ້ທຸກໆຄົນໃນສະພາບເກີດໂລກລະບາດໂຄວິດ-19”.
ຂະແໜງສຶກສາ ແລະ ບຳລຸງສ້າງແຂວງ ເງະອານ ປຸກລະດົມສັບປະດາສະໜັບສະໜູນການຮ່ຳຮຽນຕະຫຼອດຊີວິດ. (ພາບ: baonghean.vn)

“ສັບປະດາສະໜັບສະໜູນການຮ່ຳຮຽນຕະຫຼອດຊີວິດປີ 2021” ດ້ວຍຫົວຂໍ້ “ຫັນເປັນດີຈີຕອນ ແລະ ກາລະໂອກາດຮ່ຳຮຽນຕະຫຼອດຊີວິດໃຫ້ທຸກໆຄົນໃນສະພາບເກີດໂລກລະບາດໂຄວິດ-19” ໄດ້ດຳເນີນໃນລະຫວ່າງວັນທີ 01 – 07 ຕຸລາ 2021.

ໂດຍຕອບສະໜອງເຫດການດັ່ງກ່າວ, ຕອນເຊົ້າວັນທີ 03 ຕຸລາ, ຂະແໜງສຶກສາ ແລະ ບຳລຸງສ້າງແຂວງ ເງະອານ ໄດ້ຜັນຂະຫຍາຍບັນດາລາຍການເຄື່ອນໄຫວຂອງສັບປະດາແບບທາງໄກ ສົມທົບກັບໂດຍກົງ ເພື່ອແນໃສ່ແຜ່ຂະຫຍາຍສານ ແລະ ນຳຫົວຂໍ້ຂອງສັບປະດາເຂົ້າສູ່ຊີວິດຢ່າງແທດຈິງ; ຜັນຂະຫຍາຍບັນດາລາຍການຮ່ຳຮຽນແບບທາງໄກ, ຍູ້ແຮງການນຳໃຊ້ວິທະຍາສາດໃນການສອນ, ການຮຽນ, ສົ່ງເສີມໃຫ້ປະຊາຊົນເຂົ້າຮ່ວມເວທີປາໄສ, ພົບປະແລກປ່ຽນແບ່ງປັນກ່ຽວກັບປື້ມ, ວັດທະນະທຳການອ່ານ, ຄົ້ນຄວ້າວິທະຍາສາດ… ປະກອບສ່ວນສ້າງປະຊາຄົມຮ່ຳຮຽນແບບທາງໄກ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 02 ຕຸລາ, ນະຄອນ ເກີນເທີ ໄດ້ຈັດພິທີສະເຫຼີມສະຫຼອງວັນສົ່ງເສີມການຮຽນຫວຽດນາມ ຄືວັນທີ 02 ຕຸລາ ແລະ ປຸກລະດົມສັບປະດາຮ່ຳຮຽນຕະຫຼອດຊີວິດປີ 2021. ທີ່ພິທີ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ເກີນເທີ ເຢືອງເຕີນຮຽນ ສະເໜີໃຫ້ອຳນາດການປົກຄອງທຸກຂັ້ນ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງສັງຄົມໃນບໍລິເວນແຂວງ ຈົ່ງສ້າງເງື່ອນໄຂຜັນຂະຫຍາຍບັນດາລາຍການຮໍ່່າຮຽນແບບທາງໄກ, ຍູ້ແຮງການນຳໃຊ້ວິທະຍາສາດເຕັກໂນໂລຊີຂໍ້ມູນຂ່າວສານໃນການເຄື່ອນໄຫວສິດສອນ ແລະ ຮ່ຳຮຽນ.

(ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສື່ມ​ວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ໃນ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສື່ມ​ວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ໃນ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ຄົບ​ຮອບ 101 ປີ (ວັນ​ທີ 21 ມິ​ຖຸ​ນາ 1925 – 21 ມິ​ຖຸ​ນາ 2026), ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ມີ​ບົດ​ຂຽນ “ສື່ມວນ​ຊົ​ນ​ປະ​ຕິ​ວັດ ຫວຽດ​ນາມ ໃນ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ”.

Top