• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມລາຍການ “ກອງທັບເຮືອຫວຽດນາມ ແມ່ນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ”

ພິທີປຸກລະດົມລາຍການ “ກອງທັບເຮືອຫວຽດນາມ ແມ່ນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ” ໄດ້ດຳເນີນໃນຕອນບ່າຍວັນທີ 02 ສິງຫາ, ຢູ່ດ່ານັ້ງ, ໂດຍກອງບັນຊາການກອງທັບເຮືອເຂດ 3 ຈັດຕັ້ງ.


ລາຍການ “ກອງທັບເຮືອຫວຽດນາມ ແມ່ນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ”

(ພາບ: nld.com.vn) 


ລາຍການໄດ້ສຸມໃສ່ແນະນຳໃຫ້ພໍ່ແມ່ຊາວປະມົງກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງທະເລ; ບັນດາສັນຍາຂີດເສັ້ນຊາຍແດນທາງທະເລລະຫວ່າງຫວຽດນາມ ກັບບັນດາປະເທດໃນພາກພື້ນ; ບັນດາເອກະສານນິຕິກຳດ້ານກົດໝາຍຂອງຫວຽດນາມ ກ່ຽວກັບທະເລ ແລະ ຂຸດຄົ້ນ, ຫາສິນທະເລຢ່າງປອດໄພ, ໝັ້ນຄົງ, ຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ… ກອງບັນຊາການກອງທັບເຮືອເຊື່ອໝັ້ນວ່າ, ດ້ວຍມູນເຊື້ອສະໜິດແໜ້ນລະຫວ່າງກອງທັບເຮືອຫວຽດນາມ ກັບພໍ່ແມ່ປະຊາຊົນ, ຊາວປະມົງ ແລະ ຄວາມເອົາໃຈໃສ່ຂອງການນຳບັນດາທ້ອງຖິ່ນ, ແນ່ນອນວ່າລາຍການຈະບັນລຸຜົນສຳເລັດອັນດີງາມ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ແຟັງລັງໃນລະຫວ່າງວັນທີ 20 – 22 ຕຸລາ.

Top