• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມປີສີສັນ ອາຊຽນ 2020

      ປີສີສັນ ອາຊຽນ 2020 ແລະ ມອບລາງວັນແຂ່ງຂັນກັນແບບ ໂລໂກ ສໍາລັບ ຊາວໜຸ່ມ ອາຊຽນ ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ ຢູ່ ອິນໂດເນເຊຍ. 

ທ່ານ Kung Phoak ຮອງເລຂາທິການໃຫຍ່, ຜູ້ຮັບຜິດຊອບປະຊາຄົມວັດທະນະທໍາ  - ສັງຄົມ ອາຊຽນ  ກ່າວຄໍາເຫັນທີ່ພິທີ (ພາບ: TTXVN)
      ເຫດການດັ່ງກ່າວ ແມ່ນເພື່ອແນໃສ່ເພີ່ມທະວີຄວາມຮັບຮູ້ຂອງປະຊາຊົນ, ພິເສດແມ່ນໄວໜຸ່ມ ກ່ຽວກັບ ອາຊຽນ, ກໍຄືບັນດາການເຄື່ອນໄຫວ ແລະ ຂະບວນວິວັດແຫ່ງການພັດທະນາຂອງ ອາຊຽນ.
        ໃນປີສີສັນ ອາຊຽນ 2020, ບັນດາປະເທດສະມາຊິກ ຈະຈັດຕັ້ງການເຄື່ອນໄຫວຕ່າງໆໃນຫຼາຍຂົງເຂດຄື ວັດທະນະທໍາ, ສິລະປະ ແລະ ປະເພນີ. ພິເສດ, ອາຊຽນ ໄດ້ວາງເປົ້າໝາຍເປີດກວ້າງຂອບເຂດການສື່ສານສັງຄົມ ແລະ ບັນດາລາຍການສຶກສາຢູ່ກັບທີ່ ໃນມະຫາວິທະຍາໄລແຫ່ງຕ່າງໆໃນໄລຍະ 5 ປີ ຕໍ່ໄປ.
        ນະທີ່ນີ້, ຄະນະເລຂາ ອາຊຽນ ໄດ້ມອບລາງວັນແຂ່ງຂັນກັນອອກແບບ ໂລໂກ ອາຊຽນ. ລາງວັນທີໜຶ່ງໄດ້ແກ່ທ່ານ Joemari Maguiat ມາຈາກ ຟີລິບປິນ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top