• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2017 ທະນາຄານແຫ່ງລັດຫວຽດນາມ ສຸມໃສ່ແກ້ໄຂໜີ້ເສຍ

ທະ​ນາ​ຄານ​ແຫ່ງ​ລັດ
(ພາບ​ປະ​ກອບ​ອີ​ນ​ເຕີ​ແນັດ)
           ຕາມ​ແຫຼ່ງ​ຂ​່າວ​ຈາກ​ທະ​ນາ​ຄານ​ແຫ່ງ​ລັດ​ໃຫ້​ຮູ​້​ວ່າ: ທະ​ນາ​ຄານ​ແຫ່ງ​ລັດ​ຈະ​ຜັນ​ຂະ​ຫຍາຍ​ການ​ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ບັນ​ດາ​ອົງ​ການ​​ສິນ​ເຊື່ອ ຕິດ​ພັນ​ກັບ​ການ​ແກ້​ໄຂ​ໜີ້​ເສຍ​ໃນ​ປີນີ້ິ້ຢ່າງ​ຄົບ​ຊຸດ ດ້ວຍ​ຫຼາຍ​ມາດ​ຕະ​ການ​ແກ້​ໄຂ. ຕາມນັ້ນ​ແລ້ວ, ຈ​ະ​ສືບ​ຕໍ່​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວ​ບ​ຄຸ້ມ​ໄພ​ເງິນ​ເຟີ້​​ເປັນ​ຢ່າງ​ດີ, ຮັບ​ປະ​ກັນ​ຄວາມ​ດູນ​ດຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ອັດ​ຕາ​ໜີ້​ເສຍ​ສືບ​ຕ​ໍ່​ໄດ້​ຮັບ​ການ​ຄວບ​ຄຸມຢ​ູ່​ໃນລະ​ດັບ​ຕ​່ຳ​ກວ່າ 3%. ການ​ເຄື​່ອ​ນ​ໄຫວ​ຂອງ​ບັນ​ດາ​ອົງ​ການສິນ​ເຊື່ອ​ໄດ້​ປະ​ກອບ​ສ່ວນບໍ່ໜ້ອຍເຂົ້າ​​ໃນ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃຫ້​ເປັນ​ປົກ​ກະ​ຕິ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ການ​ຜ​ະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ແລະ ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ. ຄາດ​ໝາຍ​ສ້າງ​ໂຄງ​ປະ​ກອບ​​ລະ​ບົບ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ຄືນ​ໃໝ່ ຕິດ​ພັນ​ກັບ​ການ​ແກ​້​ໄຂ​ໜີ້​ເສຍ​ໃນ​ປີທະ​ນາ​ຄານ​ແຫ່ງ​ລັດ​ຈະ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ ດ້ວຍ​ຫຼາຍ​ມາດ​ຕະ​ການ. ສຳ​ລັບ​ວຽກ​ງານ​ແກ້​ໄຂ​ໜີ້​ເສຍ​ຕ້ອງ​ຕິດ​ພັນ​ກັບ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ​ຈຳ​ກັດ​​ໜີ້​ເສຍ​ຫາກໍ່​ເກີດ​ໃໝ່​ໃນ​ລະ​ດັບ​ສູງ​ສຸດ ຜ່ານ​ຄວາມ​ຮຽກ​ຮ້ອງ​ຂອງ​ບັນ​ດາ​ອົງ​ການ​ສິນ​ເຊື່ອ, ຍ​ົກ​ສ​ູງ​ຄຸນ​ນະ​ພາບ​ສິນ​ເຊື່ອ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top