• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ: ເປົ້າ​ໝາຍ​ບຸ​ລິ​ມະ​ສິດ ແມ່ນ​​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງຄວາມມານະພະຍາຍາມຂອງຂະແໜງສາທາລະນະສຸກໃນໄລຍະຜ່ານມາ, ພ້ອມທັງສະເໜີຂະແໜງສາທາລະນະສຸກ ຕ້ອງມານະພະຍາຍາມກວ່າອີກ ເພື່ອມີແຫຼ່ງວັກຊິນໂດຍໄວ, ປະຕິບັດເປົ້າໝາຍບຸລິມະສິດແມ່ນ  ຮັກສາສຸຂະພາບຂອງປະຊາຊົນ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍ ຄະນະລົງໄປກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ຢູ່ໂຮງໝໍເມືອງ ກູ໋ຈີ (ພາບ: TTXVN)

ຕອນບ່າຍວັນທີ 21 ພຶດສະພາ, ເພື່ອກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ຜູ້ທີ່ມາກວດ ແລະ ປິ່ນປົວຢູ່ ໂຮງໝໍເມືອງ ກູ໋ຈີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງຄວາມມານະພະຍາຍາມຂອງຂະແໜງສາທາລະນະສຸກໃນໄລຍະຜ່ານມາ, ພ້ອມທັງສະເໜີຂະແໜງສາທາລະນະສຸກ ຕ້ອງມານະພະຍາຍາມກວ່າອີກ ເພື່ອມີແຫຼ່ງວັກຊິນໂດຍໄວ, ປະຕິບັດເປົ້າໝາຍບຸລິມະສິດແມ່ນ  ຮັກສາສຸຂະພາບຂອງປະຊາຊົນ.ທ່ານກ່າວວ່າ:

“ຕ້ອງຕັ້ງໜ້າມີແຫຼ່ງວັກຊິນຢ່າງທັນການກວ່າອີກ ເພື່ອສັກໃຫ້ປະຊາຊົນ ບົນເນື້ອໃນຈິດໃຈປະຕິບັດມາດຕະການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ຂອງກະຊວງສາທາລະນະສຸກ ແລະ ສັກວັກຊິນ. ພວກເຮົາຖືສຸຂະພາບຂອງປະຊາຊົນເໜືອກວ່າສິ່ງໃດໝົດ, ສິ່ງດັ່ງກ່າວຕ້ອງເຊື່ອມຊຶມເພື່ອໃຫ້ປະຊາຊົນທຸກຄົນມີຄວາມຮູູ້ສຶກອຸ່ນອ່ຽນໃຈ ແລະ ມີຄວາມປອດໄພກວ່າໃນໄລຍະປະຕິບັດເປົ້າໝາຍຄວບຄູ່ທີ່ໄດ້ວາງອອກ, ໃນນັ້ນ ໃຫ້ບຸລິມະສິດປະຕິບັດຫຼາຍມາດຕະການເພື່ອຮັກສາສຸຂະພາບໃຫ້ແກ່ປະຊາຊົນ”.

ຕໍ່ໜ້າສະພາບການໂລກລະບາດພາຍໃນປະເທດມີການຜັນແປຢ່າງສັບສົນ, ທ່ານປະທານປະເທດ ປາດຖະໜາວ່າ ຂະແໜງສາທາລະນະສຸກ, ບັນດາຮາກຖານສາທາລະນະສຸກ, ໃນນັ້ນ ມີໂຮງໝໍເມືອງ ກູ໋ຈີ ຈະສືບຕໍ່ປະກອບສ່ວນຈົນສຸດຄວາມສາມາດຂອງຕົນ ເພື່ອສະກັດກັ້ນໂລກລະບາດ, ກ່ອນອື່ນໝົດ ແມ່ນບັນດາທ້ອງຖິ່ນທີ່ເກີດໂລກລະບາດ, ຄວບຄຸມບໍ່ປະໃຫ້ໂລກລະບາດແຜ່ລາມອອກສູ່ວົງກວ້າງ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ທີ່ກອງປະຊຸມ (ພາບ: TTXVN)

 ໃນຕອນບ່າຍຂອງວັນດຽວກັນ, ຢູ່ຮ່າໂນ້ຍ, ໃນກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ຮຽກຮ້ອງໃຫ້ແຂວງ ບັກຢາງ ຕ້ອງຄຸ້ມຄອງກຳມະກອນທີ່ຢູ່ໃນເຂດແຍກຫ່າງສັງຄົມຢ່າງແໜ້ນແຟ້ນ, ຈຳກັດການແຜ່ລະບາດອອກສູ່ຊຸມຊົນໃຫ້ຢູ່ໃນລະດັບຕ່ຳສຸດ. ປັດຈຸບັນ, ແຂວງ ບັກຢາງ ຍັງຄົງແມ່ນຈຸດໃຈກາງຂອງໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ. 

(ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ໃນ 6 ເດືອນ​ຕົ້ນ​ປີ, GDP (ຍອດ​ຜະ​ລິ​ດ​ຕະ​ພັນ​ພາຍ​ໃນ​ປະ​ເທດ) ທົ່ວ​ປະ​ເທດ​ບັນ​ລຸ​ລະ​ດັບເຕີບ​ໂຕ 8,18%. ເພື່ອ​ປະ​ຕິ​ບັດ​ສຳ​ເລັດເປົ້າ​ໝາຍ​ທັງ​ປີ, 6 ເດືອນ​ທ້າຍ​ປີ​ຕ້ອງ​​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ປະ​ມານ 11,9%.

Top