04/05/2019 08:15 GMT+7 Email Print Like 0

ປະເພນີ ແຂ່ງຂັນດຶງໄຟຕົ້ມເຂົ້າ ຢູ່ ໝູ່ບ້ານ ທິເກີ໋ມ

ພໍຕົກມາຕົ້ນເດືອນຈຽງຂອງແຕ່ລະປີ, ງານບຸນແຂ່ງຂັນ ດຶງໄຟຕົ້ມເຂົ້າ ຂອງໝູ່ບ້ານ ທິເກີ໋ມ ໄດ້ຮັບການຈັດຂຶ້ນ ຢ່າງອຶກກະທຶກຄຶກຄົມ ທີ່ສາລາບ້ານ ທິເກີ໋ມ, ຕາແສງ ຊວງເຟືອງ, ເມືອງ ນາມຕື່ລຽມ (ຮ່າໂນ້ຍ) ຊຶ່ງດຶງດູດ ການເຂົ້າຮ່ວມ ຂອງຊາວທ້ອງຖິ່ນ ແລະ ນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ. 
ພິທີແຂ່ງຂັນດຶງໄຟຫູງເຂົ້າ ໄດ້ກຳເນີດຈາກ ການລະນຶກ ຄຸນງາມຄວາມດີ ຂອງແມັບ ຟານໄຕຍາກ. ຕາມເລື່ອງເລົ່າທີ່ສືບທອດກັນມາວ່າ ທ່ານເປັນຈອມພົນ ຂອງ ເຈົ້າຊີວິດ ຮຸ່ງ ຮຸ່ນທີ 18, ເຄີຍຕັ້ງຄ້າຍ ຢູ່ ໝູ່ບ້ານ ທິເກີ໋ມ. ຢູ່ທີ່ນັ້ນ ທ່ານເຄີຍຈັດການແຂ່ງຂັນ ຕົ້ມເຂົ້າ ໃຫ້ແກ່ທະຫານ.

ແຕ່ກໍມີຄົນເລົ່າວ່າ, ເມື່ອ ແມັບ ຟານໄຕຍາກ ແລະ ພັນລະຍາ ຂອງເພິ່ນ ແມ່ນ ຮວາຢຸງ ນຳທະຫານ  ຜ່ານໝູ່ບ້ານ ເພື່ອໄປປາບເສິກ, ມີຊາວບ້ານຫຼາຍຄົນ ໄດ້ຂໍໄປນຳ. ແມັບຈຶ່ງເປີດການແຂ່ງຂັນຫູງເຂົ້າ ເລືອກເຟັ້ນ ຜູ້ເປັນອ້າຍລ້ຽງເກ່ງ ເພື່ອໃຫ້ໄປນຳ ກອງທະຫານ. ເມື່ອເຖິງແກ່ກຳ, ທ່ານໄດ້ຊາວບ້ານ ສັກກະລະບູຊາເປັນມະເຫສັກ ຫຼັກເມືອງ ຂອງບ້ານ ແລະ ທຸກປີ ກໍເປີດງານແຂ່ງຂັນຕົ້ມເຂົ້າ ເພື່ອຫວນຄິດເຖິງ ວິນຍານຂອງເພິ່ນ.


ບັນດາຜູ້ເຖົ້າຜູ້ແກ່ ກວດກາເຄື່ອງມືຕ່າງໆ ທີ່ໃຊ້ໃນການ ດຶງໄຟ ຂອງບັນດາໜ່ວຍແຂ່ງຂັນ. 


ຕັ້ງແຕ່ເຊົ້າໆ, ບັນດາໜ່ວຍແຂ່ງຂັນ ໄດ້ກະກຽມ ເຄື່ອງໃຊ້ໄມ້ສອຍ ໃນການຕົ້ມເຂົ້າເຊັ່ນ ຄົກ, ສາກ, ເຟືອງ... ຢ່າງຮຽບຮ້ອຍ. 


ບັນດາໜ່ວຍແຂ່ງຂັນ ກໍກະກຽມເຄື່ອງນຸ່ງຂອງຖື ກ່ອນ ເຂົ້າຮ່ວມງານແຂ່ງຂັນ. 


ວຽກງານຕໍ່ໄປຂອງບັນດາຜູ້ຊາຍ ທີ່ມີສຸກຂະພາບ ແຂງແຮງດີທີສຸດ ແມ່ນ ຕຳເຂົ້າເປືອກໃຫ້ເປັນເຂົ້າສານ. 


ເລີ່ມຕົ້ນການແຂ່ງຂັນ, ແຕ່ລະໜ່ວຍແຂ່ງຂັນຈະມີ ຜູ້ຊາຍ 4 ຄົນ ເຂົ້າຮ່ວມການດຶງໄຟ. ຂັ້ນຕອນນີ້ຮຽກຮ້ອງ ຜູ້ເຂົ້າຮ່ວມ ການແຂ່ງຂັນ
ຕ້ອງມີຄວາມໄຫວພິກ. ເຂົາເຈົ້າຈະເອົາໄປນຳ ກຳເຟືອງໜຶ່ງ ທີ່ຖືກຍ່ອງ ເປື່ອຍເຍື່ອຍແລ້ວ ເພື່ອເປັນໝື້ຍຳສຸມໄຟ.



ເພື່ອສ້າງໄຟໃຫ້ໄດ້, ເຂົາເຈົ້າ ເອົາໄມ້ພາງ ສອງສາຍໜີບໃສ່ໝື້ຍຳ, ໃຊ້ໄມ້ໄຜ່ສອງຕອນ ອົບຕອນໜຶ່ງຢູ່ເທິງ, ຕອນໜຶ່ງ ຢູ່ລຸ່ມຂອງໝື້ຍຳ,
ເອົາໄວ້ ໃຫ້ແໜ້ນສອງສົ້ນແລ້ວ ສອງຄົນ ດຶງສອງສາຍໄມ້ພາງ ໃຫ້ຮຸກຖູ ເຂົ້າສ່ວນຕິວໄຜ່ຂອງຕອນໄມ້ໄຜ່ ຫຼາຍເທື່ອ.



ປານໃດເຫັນຄວັນພຸ່ງຂຶ້ນ ຈຶ່ງຢຸດຄືນ ແລະ ເປົ່າ. 


ໄຟພຸ່ງເປັນແປວຂຶ້ນ, ເຂົາເຈົ້າຈະໃຊ້ໄຟນີ້້ເພື່ອການ  ຕົ້ມເຂົ້າ. 


ບັນດາຜູ້ຍິງ ທີ່ຖືວ່າເປັນຄ່ອງແຄ່ວທີສຸດໜ່ວຍແຂ່ງຂັນ ຈະເຂົ້າຮ່ວມການຕົ້ມເຂົ້າ. 


ບັນດາໝໍ້ເຂົ້າໄດ້ເຮັດດ້ວຍທອງເຫຼືອງ, ຕົ້ມເຂົ້າ ດ້ວຍເຟືອງ ແລະ ໄມ້ໄຜ່ແຫ້ງ ແລະ ໄດ້ປົກຖົມ
ໃນກອງຂີ້ເທົ່າຮ້ອນ ຈະເຮັດໃຫ້ເຂົ້າສຸກສະເໝີ ແລະ ຫອມແຊບ.



ພາບພົດທີ່ອຶກກະທຶກຄຶກຄື້ນ ຢູ່ສາລາບ້ານ ໃນວັນ ຈັດງານແຂ່ງຂັນຕົ້ມເຂົ້າ. 


ຊາວບ້ານເຕົ້າໂຮມກອງເຟືອງໄໝ້ ຢູ່ທຸກບ່ອນ ຂອງ ສາລາບ້ານ ເພື່ອການປົກຖົມໝໍ້ເຂົ້າ ທັງເພື່ອການ
ແຊມພົດໄມ້ ຫຼີກລ້ຽງບໍ່ໃຫ້ຜູ້ອື່ນພົບເຫັນ ບ່ອນໃດ ມີໝໍ້ເຂົ້າ. 



ບັນດາຜູ້ເຖົ້າຜູ້ແກ່ຂອງບ້ານ ຈະເຕົ້າໂຮມ ໝໍ້ເຂົ້າ ນຳເຂົ້າສາລາວັດ ເພື່ອການໃຫ້ຄະແນນ. 


ເຂົ້າສຸກໜຽວ ຫອມແຊບ, ບໍ່ໄໝ້, ບໍ່ເປື່ອຍ ແມ່ນ ບັນລຸມາດຕະຖານ. ການໃຫ້ຄະແນນ ກໍຖືວ່າເປັນ ສັນຍາລັກ
ເພື່ອເປັນການລະດົມກຳລັງໃຈ ຂອງ ບັນດາໜ່ວຍແຂ່ງຂັນ ຕົ້ມເຂົ້າໃຫ້ແຊບເທົ່ານັ້ນ. 



ຫຼັງຈາກໃຫ້ຄະແນນແລ້ວ, ບັນດາໝໍ້ເຂົ້າ ຈະໄດ້ນຳເຂົ້າ ສາລາບ້ານ ເພື່ອທຳພິທີບູຊາ ເຈົ້າຫຼັກເມືອງຂອງບ້ານ ແລະ ເທວະດາຟ້າແຖນ.


ຫຼັງຈາກງານແຂ່ງຂັນສິ້ນສຸດລົງ, ບັນດາໜ່ວຍແຂ່ງຂັນ ຈະແຈກເຂົ້າໃຫ້ແກ່ຊາວບ້ານ ເພື່ອ ຂໍພອນໃຫ້ປີໃໝ່
ມີແຕ່ຄວາມອີ່ມໜຳ ສຳລານແລະ ສົມບູນພູນສຸກ.

ມີທັງໝົດ 4 ໜ່ວຍເຂົ້າຮ່ວມງານແຂ່ງຂັນ. ແຕ່ລະໜ່ວຍ ຈະແຕ່ງຕັ້ງເຍົາວະຊົນຄົນໜຶ່ງ ເຂົ້າຮ່ວມການແຂ່ງຂັນ ແລ່ນໄປຮອດຝັ່ງແມ່ນຳ້ເຍ້ວ ເພື່ອເອົານ້ຳມາຫູງເຂົ້າ. ແຕ່ວ່າ ເພື່ອຮັບປະກັນຄຸນນະພາບຂອງແຫຼ່ງນ້ຳ, ຄະນະ ຈັດຕັ້ງໄດ້ກະກຽມນຳ້ສຸກມາກ່ອນ ເພື່ອໃຫ້ ບັນດາ ໜ່ວຍແຂ່ງຂັນເອົາເມືອຫູງເຂົ້າ.

ໃນເວລາດຽວກັນ, ແຕ່ລະໜ່ວຍຈະມີຜູ້ຊາຍ 4 ຄົນ ເຂົ້າຮ່ວມການດຶງໄຟ. ຂັ້ນຕອນນີ້ຮຽກຮ້ອງຜູ້ເຂົ້າຮ່ວມ ການແຂ່ງຂັນຕ້ອງມີຄວາມໄຫວພິກ. ເຂົາເຈົ້າ ຈະເອົາ ໄປນຳ ກຳເຟືອງໜຶ່ງທີ່ຖືກຍ່ອງເປື່ອຍເຍື່ອຍ ເພື່ອເປັນ ໝື້ຍຳສຸມໄຟ. ເພື່ອສ້າງໄຟໃຫ້ໄດ້, ເຂົາເຈົ້າ ເອົາໄມ້ພາງ ສອງສາຍໜີບໃສ່ໝື້ຍຳ, ໃຊ້ໄມ້ໄຜ່ສອງຕອນ ອົບຕອນໜຶ່ງຢູ່ເທິງ, ຕອນໜຶ່ງ ຢູ່ລຸ່ມຂອງໝື້ຍຳ, ເອົາໄວ້ ໃຫ້ແໜ້ນສອງສົ້ນແລ້ວ ສອງຄົນ ດຶງສອງສາຍໄມ້ພາງ ໃຫ້ຮຸກຖູ ເຂົ້າສ່ວນຕິວໄຜ່ຂອງຕອນໄມ້ໄຜ່ ຫຼາຍເທື່ອ. ຫຼັງຈາກໄຟເກີດຂຶ້ນ ເຂົາເຈົ້າຈະນຳໄປ ບ່ອນຕົ້ມເຂົ້າ ຂອງໜ່ວຍຕົນ ເພື່ອດຳເນີນການຕົ້ມເຂົ້າ.

ເພື່ອເລືອກໄດ້ໝໍ້ເຂົ້າແຊບທີສຸດ,  ບັນດາຜູ້ເຖົ້າຜູ້ແກ່ ຂອງບ້ານຈະອີງໃສ່ ຄວາມຂາວ ແລະ ຫອມໜຽວ ຂອງ ເມັດເຂົ້າ. ໝໍ້ເຂົ້າແຊບທີສຸດຈະໄດ້ນຳຖະຫວາຍ ຂຶ້ນ ເຈົ້າຫຼັກເມືອງ ຂອງບ້ານ ແລະ ເທລະດາຟ້າແຖນ. ຫຼັງຈາກງານແຂ່ງຂັນສິ້ນສຸດລົງ, ບັນດາໜ່ວຍແຂ່ງຂັນ ຈະແຈກເຂົ້າໃຫ້ແກ່ ຊາວບ້ານ ເພື່ອ ຂໍພອນໃຫ້ປີໃໝ່ ມີແຕ່ຄວາມອີ່ມໜຳ ສຳລານແລະ ສົມບູນພູນສຸກ.

ປະຕິບັດ: ກົງດາດ