• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ອາເມລິກາ: ວັນເວລາເຊັນຂໍ້ຕົກລົງການຄ້າໄລຍະ 1 ກັບ ຈີນ ຍັບໃກ້ເຂົ້າມາແລ້ວ

      ວັນເວລາເຊັນຂໍ້ຕົກລົງການຄ້າໄລຍະ 1 ກັບ ຈີນ ໄດ້ຍັບໃກ້ເຂົ້າມາແລ້ວນັ້ນແມ່ນຄຳຖະແຫຼງຫຼ້າສຸດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump. 

ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN)
      ກ່າວຄຳເຫັນທີ່ເຫດການ Turning Point USA ທີ່ພວມດຳເນີນຢູ່ລັດ Florida ໃນວັນທີ 21 ທັນວາ, ທ່ານປະທານາທິບໍດີ Trump ຊີ້ແຈ້ງວ່າ: ບັນດາເຈົ້າໜ້າທີ່ 2 ປະເທດຫາກໍ່ “ບັນລຸໄດ້ບາດກ້າວບຸກທະລຸ” ໃນຂໍ້ຕົກລົງການຄ້າ ແລະ ຈະລົງນາມໃນໄລຍະເວລາ “ໃກໆນີ້”.
        ກ່ອນໜ້ານັ້ນ, ວັນທີ 19 ທັນວາ, ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Steven Mnuchin ຖະແຫຼງວ່າ: ອາເມລິກາ ແລະ ຈີນ ຈະລົງນາມໃນຂໍ້ຕົກລົງການຄ້າໄລຍະ 1 ໃນຕົ້ນເດືອນ ມັງກອນ 2020.
        ຂໍ້ຕົກລົງໄລຍະ 1 ໄດ້ຮັບການເຫັນດີຈາກວົງການເຈົ້າໜ້າທີ່ 2 ປະເທດໃນວັນທີ 15 ທັນວາ ຜ່ານມາ, ຕາມນັ້ນແລ້ວ ຈະຊ່ວຍໃຫ້ສິນຄ້າຂອງ ຈີນ ໄປຍັງ ອາເມລິກາ ຫຼີກລ້ຽງໄດ້ການເກັບພາສີໃໝ່. ກົງກັນຂ້າມ, ຈີນ ກໍ່ຕັດສິນໃຈຍົກເລີກແຜນການຈັດວາງອັດຕາພາສີສຳລັບສິນຄ້ານຳເຂົ້າຈາກ ອາເມລິກາ ຄາດວ່າຂໍ້ຕົກລົງຈະມີຜົນສັກສິດນັບແຕ່ວັນທີ 15 ທັນວາ, ພ້ອມທັງເພີ່ມທະວີການນຳເຂົ້າເຂົ້າບະເລ ແລະ ສາລີຂອງ ອາເມລິກາ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ພັກ​ກອມ​ມູ​ນິດ ຫວຽດ​ນາມ ກຳ​ນົດ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ແຖວ​ໜ້າ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ພັກ​ກອມ​ມູ​ນິດ ຫວຽດ​ນາມ ກຳ​ນົດ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ແຖວ​ໜ້າ

ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ພັກກອມມູນິດ ຫວຽດນາມ ຍາມໃດກໍ່ກຳນົດການສຶກສາ ແລະ ບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພື້ນຖານເພື່ອພັດທະນາປະເທດຊາດໂດຍໄວ ແລະຍືນຍົງ.

Top