• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ອາເມລິກາ ມີຄວາມປະເອີບໃຈກ່ຽວກັບແງ່ຫວັງການເຈລະຈາດ້ານການຄ້າກັບຈີນ

ວັນທີ 4 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສະແດງຄວາມເຊື່ອໝັ້ນວ່າ ວໍຊີງຕັນ ແລະ ປັກກີ່ງ ຈະບັນລຸໄດ້ຂໍ້ຕົກລົງ ເພື່ອແນໃສ່ສິ້ນສຸດການຂັດແຍ້ງດ້ານການຄ້າທີ່ແກ່ຍາວໃນຫລາຍເດືອນຜ່ານມາ ຊື່ງເຮັດໃຫ້ບັນດາຕະຫລາດການເງິນຖືກຜົນສະທ້ອນຢ່າງຫນັກຫນ່ວງ.


 ທ່ານປະທານາທິບໍດີ ອາເມລິກາ Donald Trump

ພາບ:vietnam+


ກ່າວຄຳເຫັນຕໍ່ວົງການນັກຂ່າວ ຢູ່ ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ບັນດາການເຈລະຈາພວມດຳເນີນໄປກັບຈີນແມ່ນຢູ່ໃນ “ຂັ້ນສູງສຸດ” ແລະ ພວມບັນລຸໄດ້ຄວາມຄືບຫນ້າ ດີທີ່ສຸດ. ຕາມທ່ານ D.Trump ແລ້ວ, ບັນດາຜົນກະທົບຕໍ່ພື້ນຖານເສດຖະກິດຈີນໃນໄລຍະຜ່ານມານັ້ນ ໄດ້ພາໃຫ້ຈີນ ຢາກບັນລຸໄດ້ຂໍ້ຕົກລົງກັບອາເມລິກາ.

ຕາມແຜນການ, ມີຄະນະຜູ້ແທນອາເມລິກາຄະນະຫນຶ່ງ ຈະເດີນທາງໄປເຖິງ ປັກກີ່ງ ໃນວັນທີ 7 ມັງກອນ ເພື່ອດຳເນີນການເຈລະຈາກັບວົງການເຈົ້າຫນ້າທີ່ຈີນ. ກະຊວງການຄ້າ ຈີນໃຫ້ຮູ້ວ່າ: ບັນດາການເຈລະຈາດ້ານການຄ້າຂັ້ນຮອງລັດຖະມົນຕີ ດຳເນີນໃນວັນທີ 7-8 ມັງກອນນີ້, ຝ່າຍ ອາເມລິກາ ໂດຍທ່ານ Jeffrey Gerish ຮອງຜູ້ຕາງຫນ້າອົງການການຄ້າອາເມລິກາ ນຳຫນ້າ. ທີ່ການເຈລະຈາຄັ້ງນີ້ ຈະປຶກສາຫາລື “ເລື່ອງປະຕິບັດຂໍ້ຕົກລົງສຳຄັນ” ຊື່ງການນຳ ຈີນ ແລະ ອາເມລິກາ ບັນລຸໄດ້ໃນການພົບປະສອງຝ່າຍຢູ່ນອກກອງປະຊຸມສຸດຍອດກຸ່ມ G20 ຢູ່ ອັກຊັງຕີນ ໃນທ້າຍປີ 2018.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top