• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີສ.ເຊັກໂກແລະພັນລະຍາສິ້ນສຸດການຢ້ຽມຢາມທາງລັດຖະກິດຫວຽດນາມ

      ວັນທີ 08 ມິຖຸນາ, ທ່ານປະທານາທິບໍດີສ.ເຊັກໂກ Milos Zeman ແລະ ພັນລະຍາ ໄດ້ສິ້ນສຸດການຢ້ຽມຢາມທາງລັດຖະກິດຫວຽດນາມ ຢ່າງຈົບງາມ, ຕາມຄຳເຊີນຂອງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ.

(ພາບປະກອບ)
       ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີສ.ເຊັກໂກ ໄດ້ເຈລະຈາກັບທ່ານປະທານປະເທດເຈີນດ້າຍກວາງ ແລະ ມີການພົບປະກັບສື່ມວນຊົນ; ພົບປະເຈລະຕາກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ພົບປະກັບທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ; ເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ສ.ເຊັກໂກ… ໃນຂອບເຂດການຢ້ຽມຢາມ, 2 ຝ່າຍໄດ້ລົງນາມສັນຍາ ແລະ ບົດບັນທຶກຊ່ວຍຈຳສຳຄັນຫຼາຍສະບັບ. 2 ຝ່າຍໄດ້ເຫັນດີຊຸກຍູ້ ແລະ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ກະສິກຳ, ວິທະຍາສາດ - ເຕັກໂນໂລຊີ, ສິງແວດລ້ອມ…, ເຫັນດີຮ່ວມມືຊຸກຍູ້, ປົກປ້ອງສິດທິມະນຸດ;  ໃຫ້ຄຳໝັ້ນສັນຍາຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພທາງທະເລ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top