• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຫວຽດນາມພົບປະກັບທິມບານເຕະຍິງແຫ່ງຊາດຫວຽດນາມ

      ເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີແຫ່ງວັນແມ່ຍິງຫວຽດນາມ, ວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບບັນດາສະມາຊິກໃນ ທິມບານເຕະຍິງແຫ່ງຊາດຫວຽດນາມ

ປະທານສະພາແຫ່ງຊາດຫວຽດນາມພົບປະກັບທິມບານເຕະຍິງແຫ່ງຊາດຫວຽດນາມ
      ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຕີລາຄາສູງຜົນງານຂອງ ທິມບານເຕະຍິງແຫ່ງຊາດຫວຽດນາມ ທີ່ໄດ້ກາຍເປັນທິມບານເຕະຍິງອັນດັບໜຶ່ງຂອງພາກພື້ນ ດ້ວຍການຄ້ວາໄດ້ລາງວັນຊະນະເລີດ 3 ຄັ້ງລະດັບອາຊີຕາເວັນອອກສ່ຽງໃຕ້, ແລະ ຄ້ວາໄດ້ຫຼຽນຄຳຊີເກັມ 5 ຄັ້ງ ແລະ ໃນປະຈຸບັນ, ຖືກຈັດອັນດັບທີ 6 ຢູ່ອາຊີ ແລະ ອັນດັບ 34 ຂອງໂລກໃນຕາຕະລາງຈັດອັນດັບຂອງ FIFA. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ຂະແໜງກິລາກາຍຍະກຳ ແລະ ສະຫະພັນບານເຕະຫວຽດນາມສືບຕໍ່ຍົກສູງຄຸນນະພາບ ແລະ ລັກສະນະອາຊີບໃນການຈັດຕັ້ງບັນດາງານແຂ່ງຂັນກິລາບານເຕະຍິງ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top